ວັນທີ 2 ກັນຍານີ້,ຢູ່ນະຄອນຫຼວງພະນົມເປັນ,ກຳປູເຈຍໄດ້ປະກາດເລີ່ມປະຕິບັດ “ນະໂຍບາຍກຳຈັດມິ້ນແຫ່ງຊາດ 2026-2035”,ໂດຍກຳນົດແຜນດຳເນີນງານ 10 ປີ ເພື່ອກຳຈັດມິ້ນ ແລະ ວັດຖຸລະເບີດຕ່າງໆທີ່ຕົກຄ້າງຈາກສົງຄາມທີ່ຄົ້ນພົບທັງໝົດຢູ່ທົ່ວປະເທດກຳປູເຈຍ.

ໃນໄລຍະທີ່ກຳປູເຈຍເຄື່ອນໄຫວເກັບກູ້ລະເບີດເພື່ອມະນຸດສະທຳລະຫວ່າງປີ 1992 ຫາ 2025,ສາມາດເກັບກູ້ລະເບີດອອກຈາກພື້ນທີ່ໄດ້ຮັບຜົນກະທົບ 3,541 ກິໂລຕາແມັດ,ແຕ່ຍັງມີພື້ນທີ່ 1,749 ກິໂລຕາແມັດໃນທົ່ວປະເທດກຳປູເຈຍໄດ້ຮັບຜົນກະທົບຢູ່.