ການຊ້ອມຮົບຮ່ວມລະຫວ່າງກອງທັບອາກາດຈີນ-ໄທພາຍໃຕ້ລະຫັດ “Falcon Strike-2026” ເສີມສ້າງການຮ່ວມມືຕົວຈິງລະຫວ່າງສອງກອງທັບໃຫ້ເລິກເຊິ່ງກວ່າເກົ່າ

CRI,    August 31, 2026
Size:

ວັນທີ 27 ສິງຫານີ້, ພັນເອກພິເສດ ຈ່າງສຽວກ່າງ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບຊ້ອມຮົບຮ່ວມລະຫວ່າງກອງທັບອາກາດຈີນ-ໄທພາຍໃຕ້ລະຫັດ “ແຫຼວໂຈມຕີຫຼື Falcon Strike -2026” ທີ່ໄດ້ຈັດຂຶ້ນໃນບໍ່ດົນມານີ້.ທ່ານຈ່າງສຽວກ່າງກ່າວວ່າ:ການຊ້ອມຮົບຮ່ວມຄັ້ງນີ້ໄດ້ຈັດຂຶ້ນຢູ່ຖານທັບອາກາດອຸດອນທານີແລະຖານທັບດອນເມືອງຂອງກອງທັບອາກາດໄທ, ນີ້ແມ່ນການຊ້ອມຮົບຮ່ວມຄັ້ງທີ 9 ລະຫວ່າງກອງທັບອາກາດຂອງສອງປະເທດ. ຈີນໄດ້ສົ່ງເຮືອບິນສູ້ຮົບ, ເຮືອບິນເຕືອນໄພລ່ວງໜ້າ, ເຮືອບິນຕື່ມນ້ຳມັນ, ເຮລີກົບເຕີ, ລູກສອນໄຟນຳວິຖີທາງບົກແລະຍຸດໂທປະກອນຫຼາຍປະເພດເຂົ້າຮ່ວມ. ການຝຶກຊ້ອມຄັ້ງນີ້ໄດ້ຍົກສູງຄວາມສາມາດດ້ານຍຸດທະວິທີຂອງສອງຝ່າຍ, ແລະເສີມສ້າງການຮ່ວມມືຕົວຈິງລະຫວ່າງສອງກອງທັບໃຫ້ເລິກເຊິ່ງກວ່າເກົ່າ.