ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ​ຮຽ​ກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ຄວາມເຂັ້ມງວດໃນການ​ຕິດ​ຕາມ​ຄຸ້ມຄອງ​​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽ​ມ​ຄຳ

CRI,    August 27, 2026
Size:

ຫວ່າງມໍ່ໆມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ເຄື່ອນໄຫວຊີ້ນຳວຽກງານຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜີ້ງ,ແຂວງບໍ່ແກ້ວ ໂດຍຮຽກຮ້ອງໃຫ້ເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມຄຸ້ມຄອງ ແລະ ຊຸກຍູ້ການພັດທະນາແບບຍືນຍົງ.

ນັບແຕ່ສ້າງຕັ້ງຂຶ້ນໃນປີ 2007 ເປັນຕົ້ນມາ, ເຂດເສດຖະກິດພິເສດດັ່ງກ່າວໄດ້ດຶງດູດການລົງທຶນປະມານ 10 ຕື້ໂດລາສະຫະລັດ ມາພັດທະນາກິດຈະການຕ່າງໆ ເຊັ່ນ: ການຜະລິດ, ອະສັງຫາລິມະຊັບ, ໂຮງແຮມ, ການຄ້າ, ທະນາຄານ ແລະ ການທ່ອງທ່ຽວ ເປັນຕົ້ນ. ຢ່າງໃດກໍຕາມ, ອັດຕາການປະຕິບັດຕາມສັນຍາມີພຽງ 60% ເທົ່ານັ້ນ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຈຳເປັນທີ່ຕ້ອງເພີ່ມທະວີການຕິດຕາມຄຸ້ມຄອງທີ່ເຂັ້ມງວດກວ່າເກົ່າ

ທ່ານ ສອນໄຊ ສີພັນດອນ ຮຽກຮ້ອງໃຫ້ປັບປຸງສະພາບແວດລ້ອມການລົງທຶນດ້ວຍການບໍລິການຜ່ານປະຕູດຽວ ໂດຍເນັ້ນໃສ່ການພັດທະນາການທ່ອງທ່ຽວ, ການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການສຶກສາ ແລະ ສາທາລະນະສຸກ, ພ້ອມທັງຊີ້ນຳໃຫ້ການດໍາເນີນທຸກທຸລະກໍາຕ້ອງດໍາເນີນຜ່ານລະບົບທະນາຄານຂອງລາວ, ສືບຕໍ່ພົວພັນຮ່ວມມື ແລະ ຂະຫຍາຍສາຍການບິນກັບທ້ອງຖິ່ນຕ່າງໆຂອງບັນດາປະເທດໃກ້ຄຽງໃຫ້ນັບມື້ຫຼາຍຂຶ້ນ; ຄຸ້ມຄອງການເຂົ້າ-ອອກເມືອງຢ່າງເຄັ່ງຄັດ, ຮີບຮ້ອນປັບປຸງສັນຍາສຳປະທານເຂດໃຫ້ຮັດກຸມ ແລະ ມີກົນໄກການພົວພັນຮ່ວມມືກັບແຂວງຊາຍແດນຂອງປະເທດໃກ້ຄຽງ ເພື່ອຄຸ້ມຄອງແຮງງານຈາກບັນດາປະເທດເຫຼົ່ານັ້ນໃຫ້ໄດ້ຮັບຜົນດີ.