ພະ​ນັກ​ງານ​ລັດ​ຂອງໄທ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາພາ​ສາ​ຈີນ​ເດີນ​ທາງ​ໄປ​ສຶກ​ສາ​ຢູ່ຈີນ

CRI,    August 25, 2026
Size:

ໃນຄືນວັນທີ 20 ສິງຫານີ້, ສະຖານທູດຈີນປະຈຳໄທໄດ້ຈັດພິທີສົ່ງສຳມະນາກອນ 69 ຄົນໃນຊຸດອົບຮົມພາສາຈີນສຳລັບພະນັກງານລັດຂອງໄທຊຸດທີ 22 ເດີນທາງໄປສຶກສາຢູ່ມະຫາວິທະຍາໄລຮວາສຽວຈີນ.

ໂຄງການອົບຮົມພາສາຈີນສຳລັບພະນັກງານລັດຂອງໄທໄດ້ເລີ່ມປະຕິບັດຢ່າງເປັນທາງການມາແຕ່ປີ2005, ມີຈຸດປະສົງເພື່ອຝຶກອົບຮົມບຸກຄະລາກອນດ້ານພາສາຈີນລະດັບສູງໃຫ້ລັດຖະບານໄທ. ປັດຈຸບັນ, ຊຸດອົບຮົມດັ່ງກ່າວໄດ້ຈັດຂຶ້ນມາໄດ້ 22 ຊຸດແລ້ວ ໂດຍໄດ້ບຳລຸງສ້າງບຸກຄະລາກອນໄທທີ່ມີຄວາມຮູ້ພາສາຈີນ ແລະ ຮູ້ປະເທດຈີນເກືອບ1,000 ຄົນ. ສຳມະນາກອນເຫຼົ່ານີ້ແມ່ນມາຈາກພາກສ່ວນສຳຄັນຂອງລັດຖະບານໄທເຊັ່ນ: ລັດຖະສະພາ, ກະຊວງປ້ອງກັນປະເທດ, ສຳນັກງານຕຳຫຼວດແຫ່ງຊາດ, ກະຊວງຍຸຕິທຳ ແລະອື່ນໆ, ພາຍຫຼັງຮຽນຈົບກັບຄືນປະເທດໄທແລ້ວ, ເຂົາເຈົ້າໄດ້ກາຍເປັນຂົວຕໍ່ສຳຄັນແລະກຳລັງຫຼັກແຫຼ່ງໃນການຊຸກຍູ້ການແລກປ່ຽນແລະຮ່ວມມືກັນລະຫວ່າງສອງປະເທດຈີນ-ໄທ.

ແຫຼ່ງຂ່າວຈາກ: CGTN