ຫວຽດ​ນາມ​ຊົມ​ເຊີຍ​ຈີນ​ທີ່​ລວມ​ຫວຽດ​ນາມ​ເຂົ້າ​ໃນ​ຂອບ​ເຂດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ຜ່ານ​ແດນ

CRI,    August 24, 2026
Size:

ວັນທີ 20 ສິງຫານີ້, ທ່ານນາງ ຟາມທຸຮັງ ໂຄສົກກະຊວງການຕ່າງປະເທດຫວຽດນາມໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຫວຽດນາມຊົມເຊີຍຈີນທີ່ໄດ້ລວມຫວຽດນາມເຂົ້າໃນບັນດາປະເທດທີ່ສາມາດນຳໃຊ້ນະໂຍບາຍຍົກເວັ້ນວີຊາຜ່ານແດນ 240 ຊົ່ວໂມງ ແລະ ນະໂຍບາຍຍົກເວັ້ນວີຊາເຂົ້າເມືອງ 30 ວັນຢູ່ແຂວງໄຫຼຫຼຳຂອງຈີນ.

ທ່ານນາງ ຟາມທຸຮັງ ສະແດງຄວາມຄອງຄອຍຈະລົງເລິກການແລກປ່ຽນດ້ານວັດທະນະທຳກັບຈີນຕື່ມອີກ. 

ວັນທີ 20 ສິງຫານີ້, ອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນໄດ້ປະກາດວ່າ: ນັບແຕ່ວັນທີ 20 ສິງຫາປີ 2026 ເປັນຕົ້ນໄປ, ພົນລະເມືອງກຽກກິດສະຖານ ແລະ ຫວຽດນາມສາມາດເດີນທາງມາຈີນ ໂດຍນຳໃຊ້ນະໂຍບາຍຍົກເວັ້ນວີຊາຜ່ານແດນ 240 ຊົ່ວໂມງ ແລະ ນະໂຍບາຍຍົກເວັ້ນວີຊາເຂົ້າເມືອງ 30 ວັນຢູ່ແຂວງໄຫຫຼຳ. ມາຮອດປັດຈຸບັນ, ຈຳນວນປະເທດທີ່ສາມາດນຳໃຊ້ນະໂຍບາຍຍົກເວັ້ນວີຊາຜ່ານແດນ 240 ຊົ່ວໂມງເພີ່ມຂຶ້ນເປັນ 57 ປະເທດ ແລະ ຈຳນວນປະເທດທີ່ສາມາດນຳໃຊ້ນະໂຍບາຍຍົກເວັ້ນວີຊາເຂົ້າເມືອງ 30 ວັນຢູ່ແຂວງໄຫຫຼຳເພີ່ມຂຶ້ນເປັນ 61 ປະເທດ.