ວັນທີ 18 ສິງຫານີ້, ທະນາຄານແຫ່ງຊາດກຳປູເຈຍໄດ້ເລີ່ມເປີດຕົວຢ່າງເປັນທາງການໃນການບໍລິການຊຳລະເງິນດ້ວຍ QR code ຂ້າມຊາດ Wechat ລະຫວ່າງກຳປູເຈຍ ກັບ ຈີນໃນໄລຍະທຳອິດ, ຜູ້ໃຊ້ Wechat ສາມາດຊໍຳລະເງິນດ້ວຍ KHQR code ຢູ່ກຳປູເຈຍ ເພື່ອສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈີນໃນການບໍລິໂພກຢູ່ກຳປູເຈຍ.

ທ່ານນາງເຊຍເຊເຣ ຜູ້ວ່າການທະນາຄານແຫ່ງຊາດກຳປູເຈຍກ່າວວ່າ:ການເປີດບໍລິການຄັ້ງນີ້ບໍ່ພຽງແຕ່ເຮັດໃຫ້ພື້ນຖານໂຄງລ່າງການຊຳລະເງິນແບບດິຈິຕອນຂອງກຳປູເຈຍຍົກລະດັບເທົ່ານັ້ນ,ຍິ່ງເຮັດໃຫ້ເສດຖະກິດຂອງສອງປະເທດເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນຕື່ມອີກ.

ການຮ່ວມມືເທື່ອນີ້ແມ່ນການຕໍ່ຍອດການຮ່ວມມືລະຫວ່າງສອງປະເທດໃນກ່ອນໜ້ານີ້ຕື່ມອີກ.ໃນເດືອນພະຈິກປີກາຍນີ້,ທະນາຄານແຫ່ງຊາດກຳປູເຈຍ ກັບ TenPay Global ເຊິ່ງເປັນແພລດຟອມການຊຳລະເງິນຂ້າມຊາດທີ່ຂຶ້ນກັບກຸ່ມບໍລິສັດ Tencent ຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມມືກັນສົ່ງເສີມການເຊື່ອມຕໍ່ຂ້າມຊາດລະຫວ່າງ Bakong ກັບ ເຄືອຂ່າຍການຊຳລະເງິນຕ່າງໆ ເຊັ່ນ:ການຊຳລະເງິນທາງ Wechat ຫຼື Wechat Pay ເປັນຕົ້ນ.