
ວັນທີ 14 ສິງຫານີ້, ການຝຶກຊ້ອມແບບປັບຕົວ ຂອງການຝຶກຊ້ອມຮ່ວມລະຫວ່າງກອງທັບອາກາດຈີນ-ໄທ ພາຍໃຕ້ລະຫັດ “ແຫຼວໂຈມຕີ-2026” ໄດ້ດຳເນີນຢູ່ຖານທັບອາກາດອຸດົມທານີຂອງໄທ, ນີ້ແມ່ນຄັ້ງທີ 9 ທີ່ກອງທັບອາກາດສອງປະເທດໄດ້ຈັດການຝຶກຊ້ອມຮ່ວມ.
ການຝຶກຊ້ອມຄັ້ງນີ້ ໄດ້ຈັດຂຶ້ນລະຫວ່າງວັນທີ 10 ຫາ 21 ສິງຫານີ້ ເຊິ່ງມີຈຸດປະສົງເພື່ອເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືທາງການທະຫານລະຫວ່າງກອງທັບອາກາດສອງປະເທດ, ຍົກສູງຄວາມສາມາດດ້ານການດຳເນີນການເຄື່ອນໄຫວທາງອາກາດຮ່ວມ. ການຝຶກຊ້ອມຄັ້ງນີ້ ໄດ້ຕັ້ງລາຍການການເຄື່ອນໄຫວຍຸດທະວິທີທາງອາກາດ ການປ້ຳນ້ຳມັນທາງອາກາດ ແລະ ການປະຕິບັດໜ້າທີ່ຮ່ວມ ເປັນຕົ້ນ ເພື່ອເຈາະຈົງຍົກສູງຄວາມສາມາດດ້ານການວາງແຜນການໜ້າທີ່ ການປະສານສົມທົບ ການບັນຊາການສູ້ຮົບ ແລະດ້ານອື່ນໆລະຫວ່າງບຸກຄະລາກອນສອງຝ່າຍ.
ນອກຈາກການເຝິກຊ້ອມການສູ້ຮົບທາງອາກາດແລ້ວ, ການຝຶກຊ້ອມຄັ້ງນີ້ ຍັງໄດ້ຕັ້ງລາຍການຊ່ວຍເຫຼືອມະນຸດສະທຳ ແລະ ການກອບກູ້ໄພພິບັດ ພ້ອມທັງໄດ້ລອກແບບກໍລະນີໄພນ້ຳຖ້ວມທີ່ຮຸນແຮງ. ສອງຝ່າຍຈະດຳເນີນການເຝິກຊ້ອມຕ່າງໆ ເຊັ່ນ: ການຈັດວາງທີມແພດ, ການຂົນສົ່ງທາງອາກາດ, ການສົ່ງຜູ້ບາດເຈັບໄປສູ່ເຂດປອດໄພ, ການປະສານງານໂດຍດ່ວນລະຫວ່າງພາກສ່ວນຕ່າງໆ ແລະອື່ນໆ ເພື່ອຍົກສູງຄວາມສາມາດໃນການຮັບມືໂດຍໄວ ແລະ ການຊ່ວຍເຫຼືອແບບປະສານກັນ ໃນເວລາຜະເຊີນໜ້າກັບໄພພິບັດຮຸນແຮງ.