ໄທ​ສ້າງ​ຕັ້​ງ​ “ຄະ​ນະ​ກຳ​ມະ​ການ​ນະ​ໂຍ​ບາຍ​ສູ​ນ​ຂໍ້​ມູນ” ຢ່າງ​ເປັນ​ທາງ​ການ

CRI,    August 18, 2026
Size:

ເພື່ອຮັບມືກັບການສິ້ນເປືອງໄຟຟ້າແລະຊັບພະຍາກອນນ້ຳຢ່າງໃຫຍ່ຫຼວງ, ລວມທັງຜົນກະທົບຕໍ່ສິ່ງແວດລ້ອມ ຂອງສູນຂໍ້ມູນ, ສຳນັກນາຍົກລັດຖະມົນຕີໄທໄດ້ປະກາດໃຊ້ກົດລະບຽບຢ່າງເປັນທາງການໂດຍຜ່ານຂ່າວສານທາງການຂອງລັດຖະບານໄທ, ໂດຍປະກາດສ້າງຕັ້ງ “ຄະນະກຳມະການນະໂຍບາຍສູນຂໍ້ມູນ” ຢ່າງເປັນທາງການ.

ຄະນະກຳມະການດັ່ງກ່າວມີຮອງນາຍົກລັດຖະມົນຕີເປັນປະທານ, ລັດຖະມົນຕີກະຊວງເສດຖະກິດດິຈີຕອນແລະສັງຄົມ, ກະຊວງພາຍໃນແລະກະຊວງພະລັງງານ ເປັນຮອງປະທານ, ແລະປະກອບດ້ວຍເຈົ້າໜ້າທີ່ລະດັບສູງຈາກຫຼາຍພາກສ່ວນ. ມີໜ້າທີ່ຮັບຜິດຊອບຕົ້ນຕໍຄື: ສະເໜີນະໂຍບາຍຕິດຕາມຄວບຄຸມ, ມາດຕະຖານແລະແນວທາງສຳລັບການດຳເນີນວຽກງານຂອງສູນຂໍ້ມູນ ໃຫ້ລັດຖະສະພາ. ລະບຽບການໃໝ່ມີຈຸດປະສົງເພື່ອຮັບປະກັນໃຫ້ສູນຂໍ້ມູນສົ່ງເສີມການພັດທະນາເສດຖະກິດຂອງປະເທດແລະຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ຮັກສາລາຄາໄຟຟ້າໃຫ້ໝັ້ນທ່ຽງ, ຈັດສັນຊັບພະຍາກອນນ້ຳຢ່າງສະເໝີພາບກັນ, ພ້ອມທັງຮັກສາຄວາມປອດໄພປ້ອງກັນອັກຄີໄພ, ຮັກສາອະທິປະໄຕດ້ານຂໍ້ມູນແລະບັນລຸເປົ້າໝາຍປອດການລະບາຍກາກບອນ.