
ຫວ່າງມໍ່ໆມານີ້, ກະຊວງປ້ອງກັນຄວາມສະຫງົບຈີນ ແລະ ສຳນັກງານຕຳຫຼວດແຫ່ງຊາດໄທໄດ້ປະສານງານກັນຢ່າງໃກ້ຊິດ ເພື່ອຮ່ວມກັນປາບປາມຄະດີສໍ້ໂກງບັດສິນເຊື່ອຫຼືບັດເຄຣດິດຂ້າມຊາດຄັ້ງໃຫຍ່ ທີ່ແນໃສ່ປະຊາຊົນຈີນ, ໄດ້ມ້າງແຫຼ່ງລີ້ຊ່ອນຂອງອາຊະຍາກອນຫຼາຍແຫ່ງ, ສາມາດຈັບຕົວຜູ້ຕ້ອງຫາຊາວໄທ 5 ຄົນ ແລະ ຊາວຈີນ 4 ຄົນ ເຊິ່ງເປັນການປະສົບຜົນສຳເລັດຢ່າງໃຫຍ່ຫຼວງ.
ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບຈີນກ່າວວ່າ: ການມ້າງຄະດີຄັ້ງນີ້ແມ່ນເປັນການຮ່ວມກັນປະຕິບັດງານຄັ້ງທຳອິດລະຫວ່າງເຈົ້າໜ້າທີ່ຕຳຫຼວດຈີນ ແລະ ໄທ ໃນຂົງເຂດຕ້ານອາຊະຍາກຳທາງດ້ານເສດຖະກິດ ເຊິ່ງສາມາດສະກັດກັ້ນການກະທຳຜິດທາງດ້ານເສດຖະກິດຂ້າມຊາດຢ່າງບັງເກີດຜົນ. ໃນອະນາຄົດ, ສອງຝ່າຍຈະຄົ້ນຄວ້າ ແລະ ສ້າງຕັ້ງກົນໄກປະສານງານປາບປາມອາຊະຍາກຳທາງດ້ານເສດຖະກິດຂ້າມຊາດຢ່າງເປັນປົກກະຕິ ແລະ ລົງເລິກການຮ່ວມມືດ້ານການບັງຄັບໃຊ້ກົດໝາຍຢ່າງຕໍ່ເນື່ອງ.