
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 9 ສິງຫານີ້, ຮອງໂຄສົກສຳນັກງານນາຍົກລັດຖະມົນຕີໄທກ່າວວ່າ: ລັດຖະບານໄທວາງແຜນຈະເພີ່ມອັດຕາສ່ວນຂອງອາຊີວະສຶກສາຂຶ້ນເປັນ 55% ຄື: ນັກຮຽນ 45% ໄດ້ຮັບການສຶກສາທົ່ວໄປ ແລະ 55% ໄດ້ຮັບການສຶກສາໃນສາຍອາຊີວະສຶກສາ, ທຽບກັບອັດຕາສ່ວນດັ່ງກ່າວໃນປັດຈຸບັນແມ່ນ 70:30. ມາດຕະການດັ່ງກ່າວມີຈຸດປະສົງເພື່ອເຮັດໃຫ້ການບົ່ມເພາະສ້າງບຸກຄະລາກອນດ້ານວິຊາການ ແລະ ດ້ານວິຊາຊີບໃຫ້ມີຄວາມສົມດຸນ ພ້ອມທັງສ້າງແຮງງານທີ່ມີທັກສະ ແລະ ຄວາມສາມາດສູງ ທີ່ສາມາດຕອບສະໜອງກັບຄວາມຕ້ອງການດ້ານເສດຖະກິດ ແລະ ຕະຫຼາດອຸດສາຫະກຳໃນປັດຈຸບັນໄດ້ຫຼາຍກວ່າເກົ່າ.
ໂຄສົກທ່ານນີ້ກ່າວຕື່ມວ່າ: ລັດຖະບານໄທຊຸກຍູ້ການຮ່ວມມືລະຫວ່າງສະຖາບັນການສຶກສາກັບພາກສ່ວນເອກະຊົນ ເພື່ອສ້າງມາດຕະຖານການປະເມີນຮ່ວມໃນຂົງເຂດລົດພະລັງງານໄຟຟ້າ, ການຫັນເປັນອັດຕະໂນມັດ, ຫຸ່ນຍົນ, ເຕັກໂນໂລຊີດີຈີຕອນ, ເອເລັກໂຕຣນິກອັດສະລິຍະ, ວັດສະດຸເຄິ່ງຕົວນຳ, ພະລັງງານສະອາດ ແລະອື່ນໆ ເພື່ອຮັບປະກັນໃຫ້ນັກຮຽນໄດ້ຮຽນຮູ້ທັກສະ ແລະ ຄວາມສາມາດທີ່ສອດຄ່ອງກັບອຸດສາຫະກຳໃນອະນາຄົດ.