ຈີນ-ໄທຈະຈັດການຊ້ອມຮົບຮ່ວມທາງອາກາດພາຍໃຕ້ລະຫັດ “Falcon Strike - 2026”

CRI,    August 04, 2026
Size:

ວັນທີ 30 ກໍລະກົດນີ້, ທ່ານຈຽງປີ່ນ ໂຄສົກກະຊວງປ້ອງກັນປະເທດຈີນເຜີຍໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນ-ໄທຈະຈັດການຊ້ອມຮົບຮ່ວມທາງອາກາດພາຍໃຕ້ລະຫັດ “Falcon Strike - 2026” ໃນເດືອນສິງຫາໜ້ານີ້ທີ່ປະເທດໄທ.

ທ່ານຈຽງປີ່ນກ່າວຕື່ມວ່າ: ຈີນໄດ້ສົ່ງເຮືອບິນຫຼາຍປະເພດແລະກຳລັງປ້ອງກັນອາກາດເຂົ້າຮ່ວມ,ຈະດຳເນີນການຝຶກຊ້ອມປ້ອງກັນທາງອາກາດ, ການຊ່ວຍເຫຼືອດ້ານມະນຸດສະທຳແລະອື່ນໆ. ນີ້ແມ່ນຄັ້ງທີ 9 ທີ່ກອງທັບອາກາດສອງປະເທດໄດ້ຈັດການຊ້ອມຮົບຮ່ວມໃນລັກສະນະນີ້, ຈຸດປະສົງເພື່ອລົງເລິກມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຕົວຈິງໃຫ້ແໜ້ນແຟ້ນຍິ່ງຂຶ້ນ.