
ງານວາງສະແດງການຮ່ວມມືຈີນ-ໄທ 2026 ພາຍໃຕ້ຫົວຂໍ້ “ລົງທຶນເພື່ອອະນາຄົດ ແລະ ເຕີບໂຕໄປພ້ອມກັນ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກຂອງໄທໃນລະຫວ່າງວັນທີ 22-25 ກໍລະກົດນີ້.
ງານວາງສະແດງຄັ້ງນີ້ໄດ້ດຶງດູດວິສາຫະກິດຂອງຈີນ ແລະ ໄທ ປະມານ 270 ແຫ່ງເຂົ້າຮ່ວມ, ກວມເອົາຫຼາຍຂົງເຂດ ເຊັ່ນ: ນະວັດຕະກໍາດ້ານວິທະຍາສາດເຕັກໂນໂລຊີ, ການຜະລິດແບບອັດສະລິຍະ, ພະລັງງານສີຂຽວ, ການຈໍລະຈອນສິນຄ້າຂ້າມຊາຍແດນ ແລະ ການບໍລິໂພກດ້ານຜະລິດຕະພັນອາຫານເປັນຕົ້ນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງພະລັງຊີວິດທີ່ຄຶກຄື້ນຂອງການຮ່ວມມືລະຫວ່າງຈີນ-ໄທ.
ນອກນີ້, ເຈົ້າພາບຈັດງານວາງສະແດງຄັ້ງນີ້ໄດ້ເຊີນສະຖາບັນການສຶກສາຊັ້ນສູງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ 30 ກວ່າແຫ່ງຂອງຈີນເຂົ້າຮ່ວມ ໂດຍໄດ້ສະໜອງທຶນການສຶກສາ 900 ກວ່າທຶນ ເພື່ອປະກອບສ່ວນເຂົ້າໃນການເພີ່ມຄວາມເຂົ້າໃຈໃຫ້ແກ່ນັກຮຽນຮັກສຶກສາທ້ອງຖິ່ນຕໍ່ຊ່ອງທາງການຮຽນຕໍ່ ແລະ ທາງເລືອກໃນການຮຽນຕໍ່ຢູ່ຕ່າງປະເທດທັງໃນປະເທດຈີນ ແລະ ໄທ.
ປັດຈຸບັນ, ຈີນໄດ້ກາຍເປັນຄູ່ການຄ້າ ກໍຄື ຕະຫຼາດສົ່ງອອກຜະລິດຕະພັນກະສິກໍາໃຫຍ່ອັນດັບທີ 1 ຂອງໄທເປັນເວລາ 13 ປີລຽນຕິດ. ໃນໄຕມາດທໍາອິດຂອງປີນີ້, ຍອດມູນຄ່າການຄ້າລະຫວ່າງຈີນ-ໄທ ບັນລຸຫຼາຍກວ່າ 40 ຕື້ໂດລາ, ເພີ່ມຂຶ້ນຫຼາຍກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.