
ຫວ່າງມໍ່ໆມານີ້, ບໍລິສັດການບິນກຳປູເຈຍ ແລະ ບໍລິສັດເຮືອບິນການຄ້າຈີນ ຈຳກັດ ໄດ້ເຊັນສັນຍາວ່າດ້ວຍການຈັດຊື້ເຮືອບິນ C909 ຈຳນວນ 20 ລຳ ຢູ່ນະຄອນຊຽງໄຮ້ຂອງຈີນ.
ຂະນະດຽວກັນ, ອົງການການບິນພົນລະເຮືອນກຳປູເຈຍ ແລະ ບໍລິສັດເຮືອບິນການຄ້າຈີນຈຳກັດ ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮັບປະກັນໃຫ້ເຮືອບິນ C909 ປະຕິບັດງານຢ່າງສຳເລັດຜົນ, ພ້ອມທັງລົງເລິກການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງຝ່າຍຕື່ມອີກ ເຊັ່ນ: ພື້ນຖານໂຄງລ່າງດ້ານການບິນພົນລະເຮືອນ, ການຮັບປະກັນການດຳເນີນງານ, ການບຳລຸງສ້າງບຸກຄະລາກອນ, ການຝຶກອົບຮົມດ້ານການສ້ອມແປງ ແລະອື່ນໆ.
ເຮືອບິນ C909 ແມ່ນເຮືອບິນໂດຍສານ 90 ບ່ອນນັ່ງທີ່ບິນໄລຍະທາງກາງ ແລະ ສັ້ນ ເຊິ່ງຄົ້ນຄວ້າ ແລະ ຜະລິດໂດຍຈີນ, ຕົ້ນຕໍ່ແມ່ນປະຕິບັດໜ້າທີ່ຂົນສົ່ງໂດຍສານລະຫວ່າງຕົວເມືອງຂະໜາດກາງ ແລະ ນ້ອຍ, ປັດຈຸບັນ, ໄດ້ເຂົ້າສູ່ຕະຫຼາດຂອງຫຼາຍປະເທດ ເຊັ່ນ: ລາວ, ອິນໂດເນເຊຍ, ຫວຽດນາມ ແລະ ປະເທດອື່ນໆ.