ເປີດຫ້ອງທົດລອງຮ່ວມຈີນ-ໄທເພື່ອຄາດຄະເນ ແລະ ເຕືອນໄພອຸຕຸນິຍົມແບບອັດສະລິຍະ

CRI,    July 23, 2026
Size:

ວັນທີ 17 ກໍລະກົດນີ້,ອົງການອຸຕຸນິຍົມແຫ່ງຊາດຈີນປະກາດວ່າ ຫ້ອງທົດລອງຮ່ວມຈີນ-ໄທເພື່ອຄາດຄະເນ ແລະ ເຕືອນໄພອຸຕິນິຍົມແບບອັດສະລິຍະໄດ້ເປີດດຳເນີນງານແລ້ວ, ຫ້ອງທົດລອງດັ່ງກ່າວໄດ້ສຸມໃສ່ສ້າງລະບົບເຕືອນໄພໄລຍະຍາວທີ່ຈີນ ກັບ ໄທເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ ເພື່ອສະໜອງຄວາມຮັບປະກັນດ້ານອຸຕິນິຍົມຢ່າງຕໍ່ເນື່ອງໃນ ໂຄງການຂອງຂົງເຂດຕ່າງໆ ເຊັ່ນ:ການສົ່ງກະແສໄຟຟ້າຂ້າມຊາດ,ກະສິກຳ ແລະ ພື້ນຖານໂຄງລ່າງ ແລະ ອື່ນໆ.

    ຂ່າວນີ້ໄດ້ຮັບການລາຍງານຈາກເວທີປຶກສາຫາລືຫົວຂໍ້ອຸຕຸຍິນົມຢູ່ໃນກອງປະຊຸມປັນຍາປະດິດໂລກ 2026 ກໍ່ຄື ກອງປະຊຸມຂັ້ນສູງກ່ຽວກັບການຄຸ້ມຄອງປັນຍາປະດິດໂລກ.