
ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດສາຂາໜານໜິງແຈ້ງໃຫ້ຮູ້ວ່າ: ໃນໄຕມາດທີ 2 ຂອງປີນີ້, ຂະບວນລົດໄຟຈີນ-ຫວຽດນາມຈາກເຂດກວາງຊີຈີນ ໄດ້ຂົນສົ່ງສິນຄ້າ 8.940 ຕູ້ມາດຕະຖານ, ເພີ່ມຂຶ້ນ 13,5% ເມື່ອທຽບໃສ່ໄຕມາດທຳອິດຂອງປີນີ້, ການຂົນສົ່ງຂ້າມຊາຍແດນຂອງຂະບວນລົດໄຟຈີນ-ຫວຽດນາມຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງ.
ໃນຫຼາຍປີມານີ້, ການພົວພັນເສດຖະກິດການຄ້າຈີນ-ຫວຽດນາມນັບມື້ແໜ້ນແຟ້ນຂຶ້ນ, ສະນັ້ນ, ຄວາມຕ້ອງການດ້ານການຂົນສົ່ງຂອງຂະບວນລົດໄຟຈີນ-ຫວຽດນາມຈຶ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຂະບວນລົດໄຟຈີນ-ຫວຽດນາມທີ່ອອກຈາກເຂດກວາງຊີຈີນໃນຫຼາຍປີກ່ອນແມ່ນເປີດໃຫ້ບໍລິການໃນວັນອັງຄານ, ວັນພະຫັດ ແລະ ວັນເສົາຂອງທຸກໆອາທິດ, ປັດຈຸບັນ ໄດ້ໃຫ້ບໍລິການທຸກວັນແລ້ວ. ສິນຄ້າສົ່ງອອກທີ່ຂົນສົ່ງໂດຍຂະບວນລົດໄຟດັ່ງກ່າວມີ 508 ຊະນິດ ລວມມີຜະລິດຕະພັນເອເລັກໂຕຣນິກ, ອຸປະກອນກົນຈັກ, ເຄື່ອງໃຊ້ປະຈຳວັນ ແລະອື່ນໆ, ສ່ວນສິນຄ້າການນຳເຂົ້າມີ 180 ຊະນິດ ລວມມີຖົ່ວລຽນ, ໝາກມັງຄຸດ, ໝາກພ້າວ ແລະ ໝາກໄມ້ສົດອື່ນໆຂອງອາຊຽນ.