ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 13 ກໍລະກົດນີ້, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານອະນຸທິນ ຊານວິຣະກຸນ ນາຍົກລັດຖະມົນຕີໄທຈະເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມປັນຍາປະດິດໂລກ 2026 ກໍຄືກອງປະຊຸມຂັ້ນສູງວ່າດ້ວຍການບໍລິຫານປັນຍາປະດິດທົ່ວໂລກ. ຫຼັງຈາກນັ້ນ, ທ່ານຈະຢ້ຽມຢາມຈີນຢ່າງເປັນທາງການ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານອະນຸທິນ ຊານວິຣະກຸນ, ພ້ອມດຽວກັນນີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີ, ທ່ານຈ້າວເລີຈີ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຕ່າງຈະພົບປະກັບທ່ານອະນຸທິນ ຊານວິຣະກຸນ. ນີ້ແມ່ນການເດີນທາງຢ້ຽມຢາມຈີນຄັ້ງທຳອິດຂອງທ່ານອະນຸທິນ ຊານວິຣະກຸນ ພາຍຫຼັງທ່ານຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີໄທ ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ສອງຝ່າຍໄດ້ເອົາໃຈໃສ່ຢ່າງສູງຕໍ່ການຂະຫຍາຍການພົວພັນຈີນ-ໄທ. ຈີນຫວັງວ່າ, ໂດຍຜ່ານການຢ້ຽມຢາມຄັ້ງນີ້ ຈະຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທໄດ້ຮັບໝາກຜົນໃໝ່ ແລະ ເພີ່ມພະລັງສ້າງສັນຫຼາຍກວ່າເກົ່າເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.