
ໄລຍະ 6 ເດືອນຕົ້ນປີ 2026 ນີ້, ພາຍໃຕ້ການນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ການບໍລິຫານດ້ວຍຄວາມຕັ້ງໜ້າຂອງລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນ ໂດຍໄດ້ ດໍາເນີນມາດຕະການຈໍານວນໜຶ່ງ ເພື່ອຫລຸດຜ່ອນຜົນກະທົບຕໍ່ການພັດທະນາ ໄດ້ເຮັດໃຫ້ເສດຖະ ກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ສືບຕໍ່ຂະຫຍາຍຕົວດີ ເປັນຕົ້ນ ເສດຖະກິດຂະຫຍາຍຕົວໃນລະດັບ 5%, ຄິດເປັນມູນຄ່າໃນປີ ເທົ່າກັບ 199.987 ຕື້ກີບ, ເທົ່າກັບ 48% ຂອງແຜນການ (ມະຕິສະພາ 417.523 ຕື້ກີບ).

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດ 2026 ນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້ ເສດຖະກິດ ຂອງ ສປປ ລາວ ຂະຫຍາຍຕົວໃນລະດັບ 5%, ຄິດເປັນມູນຄ່າໃນປີ ເທົ່າກັບ 199.987 ຕື້ກີບ, ເທົ່າກັບ 48% ຂອງແຜນການ(ມະຕິສະພາ 417.523 ຕື້ກີບ). ໃນນີ້, ຂະແໜງ ກະສິກຳ ຂະຫຍາຍຕົວ 4,3% ກວມເອົາ 17,4% (ມະຕິສະພາ ຂະຫຍາຍຕົວ 4,6%, ກວມເອົາ 21,9%); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5,1% ກວມເອົາ 35% (ມະຕິສະພາຂະຫຍາຍຕົວ 5,1%, ກວມເອົາ 31,1%); ຂະແໜງບໍລິການ ຂະຫຍາຍຕົວ 5,3% ກວມເອົາ 37,2% (ມະຕິສະພາ ຂະຫຍາຍຕົວ 6,6%, ກວມເອົາ 36,6%) ແລະ ພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4,9% ກວມເອົາ 10,5% (ມະຕິສະພາ ຂະຫຍາຍຕົວ 4%, ກວມເອົາ 10,4%).

ສຳລັບ ທິດທາງແຜນການໃນໄລຍະ 6 ເດືອນທ້າຍປີນີ້, ລັດຖະບານ ຈະສຸມໃສ່ບາງວຽກງານບຸ ລິມະສິດ ເປັນຕົ້ນ ຈະສືບຕໍ່ຊຸກຍູ້ການເຕີບໂຕເສດຖະກິດ ໃຫ້ບັນລຸໄດ້ໃນລະດັບ 5,5%, GDP ສະ ເລ່ຍລາຍຮັບຕໍ່ຫົວ ຄົນໃຫ້ໄດ້ 2.238 ໂດລາສະຫະລັດ ແລະ ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 2.101 ໂດລາສະຫະລັດ ໂດຍຈະສຸມໃສ່ມາດຕະການຈໍານວນໜຶ່ງ ຄື: ຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ໄດ້ຕາມແຜນ; ເລັ່ງຈັດຕັ້ງປະຕິບັດມາດຕະການ ແກ້ໄຂຫລຸດຜ່ອນຕົ້ນທຶນການຜະລິດສິນຄ້າ, ແກ້ໄຂບັນຫາຂອດການຈຳໜ່າຍໄປສູ່ເຂດຕ່າງໆໃຫ້ຄ່ອງຕົວ; ກະກຽມຕ້ານແລ້ງ ແລະ ຕ້ານຖ້ວມ ໂດຍເລັ່ງປັບປຸງ ແລະ ກໍ່ສ້າງຊົນລະປະທານ ຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດຢ່າງພຽງພໍ ແລະ ກຳນົດຊະນິດພືດ, ກະກຽມແນວພັນ ທີ່ຈະຜະລິດເພື່ອບໍ່ໃຫ້ມີຜົນກະທົບຈາກການຂາດແຄນນໍ້າ; ເລັ່ງຊຸກຍູ້ການຜະລິດສິນຄ້າກະສິກຳ ຕິດພັນກັບການປຸງແຕ່ງ ແລະ ມີລະບົບຈັດເກັບຮັກສາທີ່ດີແຕ່ຫົວທີ ເພື່ອສົ່ງອອກ ໂດຍສຸມໃສ່ພືດ-ສັດ ທີ່ໄດ້ມີການເຈລະຈາເຕັກນິກແລ້ວ ໃຫ້ໄດ້ 1.900 ລ້ານໂດລາສະຫະລັດ; ຊຸກຍູ້ການຜະລິດແຮ່ທາດເພື່ອສົ່ງອອກ ໃຫ້ໄດ້ 2.185,9 ລ້ານໂດລາສະຫະລັດ, ຄຽງຄູ່ກັບການຕິດຕາມ ແລະ ຄຸ້ມຄອງການຂົນສົ່ງແຮ່ທາດຢ່າງເຂັ້ມງວດ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ; ສືບຕໍ່ພັດທະນາບັນດາໂຄງການພະລັງງານໄຟຟ້າສະອາດ ແລະ ຊຸກຍູ້ບັນດາເຂື່ອນໄຟຟ້າຕ່າງໆ ໃຫ້ຜະລິດເຕັມກໍາລັງໃນຊ່ວງລະດູຝົນ ເພື່ອສົ່ງອອກກະແສໄຟຟ້າ ໃຫ້ແກ່ບັນ ດາປະເທດເພື່ອນບ້ານ ໃຫ້ໄດ້ 45.705,94 ລ້ານກິໂລວັດໂມງ, ມູນຄ່າ 2.829,04 ລ້ານໂດລາສະຫະລັດ ແລະ ເລັ່ງເຈລະຈາກັບຕະຫລາດຕ່າງປະເທດເພື່ອເພີ່ມການສົ່ງອອກຕື່ມອີກ, ຊຸກຍູ້ໂຄງ ການໂຄງລ່າງພື້ນຖານຂະໜາດໃຫຍ່ ທີ່ໄດ້ອະນຸມັດ ແລະ ເຊັນສັນຍາແລ້ວ ໃຫ້ເລີ່ມປະຕິບັດໂດຍໄວ ເປັນຕົ້ນ ທາງດ່ວນວຽງຈັນ-ບໍ່ເຕັນ, ທາງດ່ວນແຕ່ປາກຊັນ-ຊາຍແດນລາວ-ຫວຽດ, ທາງລົດໄຟແຕ່ທ່າແຂກ-ຊາຍແດນລາວຫວຽດນາມ ແລະ ອື່ນໆ. ພ້ອມທັງຈະໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນ, ຄຽງຄູ່ກັບ ການອໍານວຍຄວາມສະດວກການເຂົ້າ-ອອກ ແລະ ແກ້ໄຂຕົ້ນທຶນການຂົນສົ່ງໂດຍສານ ເພື່ອສູ້ຊົນໃຫ້ມີ ນັກທ່ອງທ່ຽວຕ່າງປະເທດບັນລຸ 4,46 ລ້ານເທື່ອຄົນ.