
ຕອນເຊົ້າວັນທີ 5 ກໍລະກົດນີ້, ກອງກໍາປັ່ນ 83 ຂອງກອງທັບເຮືອຈີນໄດ້ເດີນທາງຮອດນະຄອນໂຮຈີມິງຂອງຫວຽດນາມ ແລະ ເລີ່ມຢ້ຽມຢາມສັນຖະວະໄມຕີປະເທດຫວຽດນາມເປັນເວລາ 4 ວັນ. ພະນັກງານຈາກສະຖານກົງສຸນໃຫຍ່ຈີນປະຈໍານະຄອນໂຮຈີມິງ, ຜູ້ຕາງໜ້າຊາວຈີນຕ່າງດ້າວ ແລະ ຊາວເຊື້ອສາຍຈີນຢູ່ຫວຽດນາມ, ນາຍ ແລະ ພົນທະຫານກອງທັບເຮືອຫວຽດນາມ, ຜູ້ຕາງໜ້າຄະນະບໍລິຫານງານປະຊາຊົນນະຄອນໂຮຈີມິງ ແລະອື່ນໆ 180 ກວ່າຄົນໄດ້ເຂົ້າຮ່ວມຕ້ອນຮັບກອງກໍາປັ່ນຈີນຢູ່ທ່າກໍາປັ່ນ.
ໃນໄລຍະຢ້ຽມຢາມ, ນາຍ ແລະ ພົນທະຫານຈີນຈະຢ້ຽມຢາມ ແລະ ແລກປ່ຽນຢູ່ຄ້າຍທະຫານຂອງກອງທັບເຮືອຫວຽດນາມ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ວັດທະນະທໍານະຄອນໂຮຈີມິງ ແລະສະຖານທີ່ອື່ນໆ, ພ້ອມທັງຈະເຂົ້າຮ່ວມກິດຈະກໍາຕ່າງໆເປັນຕົ້ນແມ່ນການແຂ່ງຂັນກິລາມິດຕະພາບກັບນາຍ ແລະ ພົນທະຫານກອງທັບເຮືອຫວຽດນາມອີກດ້ວຍ.