ລາວ ຫວຽດ​ນາມ ແລະ ກຳ​ປູ​ເຈ​ຍ​ຈັດ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຄວາມ​ສະ​ຫງົບ ລົງ​ເລິກ​ກົນ​ໄກ​ການ​ຮ່ວມ​ມື​ເພື່ອ​ຕໍ່​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ

CRI,    July 13, 2026
Size:

ວັນທີ 30 ມິຖຸນາແລ້ວນີ້, ກອງປະຊຸມລະດັບລັດຖະມົນຕີປ້ອງກັນຄວາມສະຫງົບຂອງລາວ ຫວຽດນາມ ແລະ ກຳປູເຈຍໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ, ຈຸດປະສົງເພື່ອເພີ່ມທະວີກົນໄກການຮ່ວມມືຂອງ 3 ປະເທດດັ່ງກ່າວໃນຂົງເຂດປ້ອງກັນຄວາມໝັ້ນຄົງຂອງພາກພື້ນ, ການຕ້ານອາຊະຍາກຳຂ້າມຊາດ ແລະອື່ນໆ.

ກອງປະຊຸມຄັ້ງນີ້ແມ່ນສ່ວນໜຶ່ງທີ່ສຳຄັນຂອງກົນໄກການສົນທະນາຂັ້ນສູງລະຫວ່າງພາກສ່ວນປ້ອງກັນຄວາມສະຫງົບຂອງ 3 ປະເທດ, ບັນດາຝ່າຍໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການຕ້ານອາຊະຍາກຳຂ້າມຊາດ, ການຄ້າຂາຍຢາເສບຕິດ, ການຫຼອກລວງທາງໂທລະຄົມ, ການຄ້າມະນຸດ, ການຮ່ວມມືດ້ານປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ແລະອື່ນໆ, ທັງໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການບັງຄັບໃຊ້ກົດໝາຍຮ່ວມກັນ ແລະ ການເສີມສ້າງຄວາມສາມາດຕື່ມອີກ.

ທຸກຝ່າຍທີ່ເຂົ້າຮ່ວມກອງປະຊຸມເຫັນດີເປັນເອກະພາບກັນວ່າ, ຈະສືບຕໍ່ຊຸກຍູ້ກົນໄກການຮ່ວມມືລະຫວ່າງພາກສ່ວນບັງຄັບໃຊ້ກົດໝາຍຂອງ 3 ປະເທດຫັນເປັນແບບປົກກະຕິ ແລະ ເປັນລະບຽບການ, ຍົກສູງຄວາມສາມາດຮ່ວມກັນຮັບມືກັບອາຊະຍາກຳຂ້າມຊາດ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.