
ຕອນບ່າຍວັນທີ 25 ມິຖຸນານີ້, ທ່ານຈ້າວເລີ້ຈີ້ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ປະທານຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ພົບປະກັບທ່ານຮຸນເຊນ ປະທານພັກປະຊາຊົນກຳປູເຈຍ ປະທານສະພາສູງກຳປູເຈຍຢູ່ນະຄອນຫຼວງປັກກິ່ງຂອງຈີນ.
ທ່ານຈ້າວເລີ້ຈີ້ ກ່າວວ່າ: ຈີນຍິນດີຮ່ວມກັບກຳປູເຈຍຖືເອົາຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳສອງພັກສອງລັດເປັນທິດຊີ້ນຳເພື່ອເພີ່ມທະວີການຮ່ວມມືທາງຍຸດທະສາດ, ຮ່ວມກັນສະແຫວງຫາການພັດທະນາແລະຄວາມຈະເລີນຮຸ່ງເຮືອງ. ສະພາປະຊາຊົນແຫ່ງຊາດຈີນຍິນດີຮ່ວມກັບອົງການນິຕິບັນຍັດກຳປູເຈຍແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນໃນດ້ານນິຕິບັນຍັດ, ການຕິດຕາມກວດກາແລະອື່ນໆ, ຊຸກຍູ້ໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈແລະສະໜິດສະໜົມກັນຍິ່ງຂຶ້ນ, ເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃຫ້ດີກວ່າເກົ່າ.
ທ່ານຮຸນເຊນ ກ່າວວ່າ: ກຳປູເຈຍຍຶດໝັ້ນປະຕິບັດນະໂຍບາຍມີໄມຕີຈິດມິດຕະພາບຕໍ່ຈີນ, ຍິນດີຮ່ວມກັບຈີນເພີ່ມທະວີການແລກປ່ຽນແລະການຮ່ວມມືລະຫວ່າງພັກການເມືອງ, ອົງການນິຕິບັນຍັດແລະອື່ນໆ, ເພື່ອເພີ່ມພູນມິດຕະພາບລະຫວ່າງກຳປູເຈຍ-ຈີນໃຫ້ນັບມື້ເລິກເຊິ່ງກວ່າເກົ່າ.