ວັນທີ 22 ມິຖຸນານີ້, ທ່ານ ຄິມຟີນານ ໂຄສົກກະຊວງກະສິກຳ, ປ່າໄມ້ແລະການປະມົງກຳປູເຈຍກ່າວວ່າ: ກຳປູເຈຍໄດ້ເປີດເສັ້ນທາງສົ່ງອອກຜະລິດຕະພັນກະສິກຳໄປຈີນສາຍທຳອິດໂດຍຜ່ານທາງບົກຂອງລາວ.
ທ່ານ ຄິມຟີນານ ກ່າວໃນວິດີໂອທີ່ເຜີຍແຜ່ຜ່ານສື່ສັງຄົມອອນລາຍຂອງກະຊວງ ກະສິກຳ, ປ່າໄມ້ແລະການປະມົງກຳປູເຈຍວ່າ: ຕູ້ສິນຄ້າ 4 ຕູ້ທີ່ບັນທຸກໝາກຖົ່ວລຽນສົດໄດ້ຖືກຂົນສົ່ງຈາກກຳປູເຈຍໄປຈີນໂດຍຜ່ານລາວແລ້ວ, ນີ້ແມ່ນ “ເສັ້ນທາງໃໝ່” ທີ່ຂົນສົ່ງຜະລິດຕະພັນກະສິກຳຂອງກຳປູເຈຍໄປຈີນ, “ເຊິ່ງຊ່ວຍຫຼຸດເວລາຂົນສົ່ງຈາກ 15-20 ມື້ເຫຼືອພຽງໜຶ່ງອາທິດ ແລະໄດ້ຍົກສູງຄວາມສາມາດແຂ່ງຂັນຂອງຜະລິດຕະພັນກະສິກຳກຳປູເຈຍ”.
ທ່ານ ຄິມຟີນານ ກ່າວຕື່ມວ່າ: ເສັ້ນທາງໃໝ່ສາຍນີ້ ໄດ້ຫຼຸດຂັ້ນຕອນການສົ່ງເຂົ້າສານ, ໝາກຖົ່ວລຽນ, ກ້ວຍ ແລະຜະລິດຕະພັນກະສິກຳອື່ນໆຂອງກຳປູເຈຍອອກໄປຈີນໂດຍກົງ.