
ຕາມຂ່າວຈາກໜັງສືພິມວຽງຈັນທາມສ໌: ໃນ 4 ເດືອນຕົ້ນປີນີ້, ນະຄອນຫຼວງພະບາງແຂວງຫຼວງພະບາງ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 824.000 ເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວພາຍໃນປະເທດ 253.000 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 571.000 ຄົນ.
ທ່ານ ສອນເພັດ ທຳມຸງຄູນ ຮອງຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວນະຄອນຫຼວງພະບາງກ່າວວ່າ:ການເພີ່ມຂຶ້ນຢ່າງໝັ້ນທ່ຽງຂອງນັກທ່ອງທ່ຽວ ສະແດງໃຫ້ເຫັນເຖິງຄວາມດຶງດູດໃຈຢ່າງຕໍ່ເນື່ອງຂອງ ຫຼວງພະບາງ.
ຫວ່າງມໍ່ໆມານີ້,ຫ້ອງການວັດທະນະທໍາແລະການທ່ອງທ່ຽວນະຄອນຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງການບໍລິການທ່ອງທ່ຽວ, ກອງປະຊຸມໄດ້ອະນຸມັດມາດຕະການໃໝ່ ເພື່ອເພີ່ມທະວີການຄຸ້ມຄອງ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທີ່ເປັນທີ່ນິຍົມຂອງນັກທ່ອງທ່ຽວ. ພະຍາຍາມບັນລຸເປົ້າໝາຍດຶງດູດນັກທ່ອງທ່ຽວ 2,3 ລ້ານຄົນ ແລະ ສ້າງລາຍຮັບ 1 ຕື້ 270 ລ້ານໂດລາສະຫະລັດໃນປີນີ້.
ຕາມແຜນພັດທະນາການທ່ອງທ່ຽວ ປີ 2025-2029, ຮອດປີ 2029, ນະຄອນຫຼວງພະບາງ ຈະຕ້ອນຮັບນັກທ່ອງທ່ຽວ 10 ລ້ານຄົນ, ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ 6 ລ້ານຄົນ.