ຫວຽດນາມ ເລັ່ງລັດການຫັນເປັນດິຈິຕອນດ້ວຍຮູບແບບ "AI+ທ່ອງທ່ຽວ"

CRI,    June 25, 2026
Size:

ຫວ່າງມໍ່ໆນີ້, ລັດຖະບານຫວຽດນາມ ໄດ້ອະນຸມັດ "ແຜນພັດທະນາເສດຖະກິດດິຈິຕອນ ແລະສັງຄົມດີຈິຕອນ 2026-2030", ເຊິ່ງໄດ້ລະບຸວ່າ: ຂະແໜງການທ່ອງທ່ຽວເປັນຈຸດບຸກທະລຸສໍາຄັນຕົ້ນຕໍຂອງການຫັນເປັນດິຈິຕອນ. ແຜນດັ່ງກ່າວ ມີເປົ້າໝາຍຈະເຮັດໃຫ້ສະຖານປະກອບການດ້ານການທ່ອງທ່ຽວຢ່າງໜ້ອຍ 70% ດໍາເນີນການຜ່ານເວທີດິຈິຕອນພາຍໃນປີ 2030 ແລະ ສ້າງປະສົບການດ້ານການທ່ອງທ່ຽວອັດສະລິຍະທີ່ມີເອກະລັກພິເສດໃຫ້ນັກທ່ອງທ່ຽວຜ່ານເຕັກໂນໂລຊີ AI.

ພ້ອມກັນນັ້ນ, ກະຊວງວັດທະນະທໍາ ກິລາ ແລະ ການທ່ອງທ່ຽວຫວຽດນາມ ຈະເປີດຖານຂໍ້ມູນວິຊາການດ້ານການທ່ອງທ່ຽວໃຫ້ປະຊາຊົນ ແລະ ວິສາຫະກິດ, ພ້ອມທັງສົ່ງເສີມການເຊື່ອມຕໍ່ແລະເຊື່ອມໂຍງເຂົ້າກັນລະຫວ່າງເວທີທ່ອງທ່ຽວດິຈິຕອນຕ່າງໆ ຂອງພາກພື້ນອາຊຽນ, ສ້າງລະບົບນິເວດ “ການທ່ອງທ່ຽວດິຈິຕອນອາຊຽນ" ເທື່ອລະກ້າວ, ເພື່ອອຳນວຍຄວາມສະດວກສະບາຍດ້ວຍເຕັກໂນໂລຊີດິຈິຕອນແບບຄົບວົງຈອນໃຫ້ແກ່ນັກທ່ອງທ່ຽວ ຕັ້ງແຕ່ການຄົ້ນຫາຂໍ້ມູນ, ການຈອງປີ້, ຈອງທີ່ພັກອາໄສ, ຊໍາລະເງິນ ຈົນເຖິງການຕີລາຄາ.