ລາວມອບ​​ຊ້າງ​ສອງ​ໂຕ​ໃຫ້​​ຣັດ​ເຊຍ

CRI,    June 22, 2026
Size:

ຕາມຂ່າວສານ Sputnik ຂອງຣັດເຊຍ ລາຍງານວ່າ: ຫວ່າງມໍ່ໆມານີ້, ຊ້າງອາຊີສອງໂຕທີ່ທາງການລາວມອບໃຫ້ຣັດເຊຍໄດ້ຖືກຂົນສົ່ງໄປຮອດສວນສັດກາຊານຮຽບຮ້ອຍແລ້ວ. ວັນທີ 18 ມິຖຸນານີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຣັດເຊຍ-ອາຊຽນຢູ່ນະຄອນກາຊານຂອງຣັດເຊຍ ໄດ້ພົບປະກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ທ່ານ ປູຕິນ ກ່າວວ່າ: ຊ້າງສອງໂຕນີ້ຈະໄດ້ຮັບການລ້ຽງດູທີ່ດີທີ່ສຸດ ແລະ ຈະນໍາເອົາຄວາມສຸກມາໃຫ້ແກ່ນັກທ່ອງທ່ຽວ.

ປີ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໄດ້ປະກາດວ່າ: ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ ແລະ ຣັດເຊຍ ຄົບຮອບ 65 ປີ, ລາວຈະມອບຊ້າງແມ່ສອງໂຕໃຫ້ແກ່ຣັດເຊຍ.

ກອງປະຊຸມສຸດຍອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນລະຫວ່າງຣັດເຊຍ-ອາຊຽນຄົບຮອບ 35 ປີໄດ້ຈັດຂຶ້ນຢູ່ນະຄອນກາຊານໃນລະຫວ່າງວັນທີ 17 ຫາ 19 ມິຖຸນານີ້. ປັດຈຸບັນ, ອາຊຽນແມ່ນໜຶ່ງໃນອົງການເສດຖະກິດສຳຄັນທີ່ສຸດໃນພາກພື້ນອາຊີ-ປາຊີຟິກ.