ຂະ​ບວນ​ລົດ​ໄຟ​ອາ​ຊີ​ກາງ “ຊູ່​ໂຈ່ວ-ອຽນ​ວຽນ​ຫວຽດ​ນາມ” ກ້າວ​ເຂົ້າ​ສູ່​ໄລ​ຍະ​ທີ່​ໃຫ້​ການ​ບໍ​ລິ​ການ​ແບບ​ປົກ​ກະ​ຕິຢ່າງ​ເປັນ​ທາງ​ການ

CRI,    June 19, 2026
Size:

ວັນທີ 10 ມິຖຸນານີ້, ຂະບວນລົດໄຟອາຊີກາງຂະບວນໜຶ່ງໄດ້ເດີນທາງອອກຈາກສະຖານນີຊູ່ໂຈ່ວຕາເວັນຕົກ, ອອກເມືອງຜ່ານດ່ານພິງຊຽງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ, ໄປຮອດສະຖານີອຽນວຽນໃນນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ຊ່ອງທາງຂົນສົ່ງສິນຄ້າທາງລົດໄຟຂ້າມຊາດຈາກນະຄອນຊູ່ໂຈ່ວແຂວງຈ່ຽງຊູ່ຈີນໄປຫາປະເທດສະມາຊິກອາຊຽນໂດຍກົງໄດ້ກ້າວເຂົ້າສູ່ໄລຍະທີ່ໃຫ້ການບໍລິການແບບປົກກະຕິຢ່າງເປັນທາງການ.