ວັນທີ 5 ມິຖຸນານີ້, ກະຊວງການຄ້າໄທເປີດເຜີຍຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ອັດຕາເງິນເຟີ້ທົ່ວໄປຂອງໄທໃນເດືອນພຶດສະພາປີ2026ຢູ່ໃນລະດັບ 2,79% ຕ່ຳກວ່າເດືອນເມສາທີ່ຢູ່ໃນລະດັບ 2,89%. ຖ້າບໍ່ນັບລວມ ລາຄາອາຫານສົດ ແລະ ພະລັງງານ ທີ່ຜັນຜວນຂ້ອນຂ້າງໃຫຍ່, ດັດຊະນີລາຄາຜູ້ບໍລິໂພກພື້ນຖານໄດ້ເພີ່ມຂຶ້ນ 0,92% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໄພເງິນເຟີ້ແມ່ນໄດ້ຮັບຜົນກະທົບຈາກລາຄາອາຫານສໍາເລັດຮູບ, ຕົ້ນທຶນດ້ານວັດຖຸດິບກະສິກຳ ແລະ ຄ່າຈໍລະຈອນສິນຄ້າເພີ່ມສູງຂຶ້ນ.
ທະນາຄານໄທຊີ້ໃຫ້ເຫັນວ່າ: ເນື່ອງຈາກຜົນກະທົບຈາກສົງຄາມຢູ່ພາກພື້ນຕາເວັນອອກກາງໄດ້ບັ່ນທອນກຳລັງຊື້ຂອງຜູ້ບໍລິໂພກ ພ້ອມທັງຊຸກຍູ້ໃຫ້ຕົ້ນທຶນການຄ້າເພີ່ມຂຶ້ນໂດຍລວມ, ໂດຍສະເພາະການຢຸດສະງັກຂອງຕ່ອງໂສ້ການສະໜອງໄດ້ສົ່ງຜົນກະທົບຕໍ່ຂະແໜງການອາຫານຢ່າງພົ້ນເດັ່ນ. ເຈົ້າໜ້າທີ່ກະຊວງການຄ້າໄທຢືນຢັນວ່າ: ຄາດວ່າ ອັດຕາເງິນເຟີ້ທົ່ວໄປໃນເດືອນມິຖຸນານີ້ອາດຈະສູງເຖິງ 3%. ກະຊວງດັ່ງກ່າວໄດ້ຮັກສາການຄາດຄະເນໄພເງິນເຟີ້ໃນໝົດປີນີ້ໃຫ້ຢູ່ລະຫວ່າງ1,5% ຫາ 2,5% ເຊິ່ງຢູ່ໃນຂອບເຂດຄາດໝາຍຂອງທະນາຄານກາງໄທ.
ແຫຼ່ງຂ່າວຈາກ: CGTN