
ວັນທີ 5 ມິຖຸນານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານຕິນ ມ່ອງ ສະເວ ລັດຖະມົນຕີກະຊວງການຕ່າງປະເທດມຽນມາຢູ່ນະຄອນຫຼວງປັກກິ່ງຂອງຈີນ.
ທ່ານຫວາງຢີ້ກ່າວວ່າ: ປີນີ້ແມ່ນປີທຳອິດໃນການຄຸ້ມຄອງລັດຂອງລັດຖະບານມຽນມາຊຸດໃໝ່. ຈີນຍິນດີຮ່ວມກັບມຽນມາຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ມຽນມາໄດ້ຮັບຜົນສຳເລັດຕົວຈິງຫຼາຍກວ່າເກົ່າ, ສະໜັບສະໜູນ ມຽນມາຊຸກຍູ້ໃຫ້ມີສັນຕິພາບແລະຄວາມປອງດອງກັນພາຍໃນປະເທດຢ່າງຫ້າວຫັນ, ຍິນດີຈະຮ່ວມກັບມຽນມາເພື່ອເຕົ້າໂຮມກຳລັງປາບປາມການກໍ່ອາຊະຍາກຳຂ້າມຊາດ.
ທ່ານຕິນ ມ່ອງ ສະເວກ່າວວ່າ: ມຽນມາຍຶດໝັ້ນນະໂຍບາຍຈີນດຽວຢ່າງໝັ້ນໜຽວບໍ່ປ່ຽນແປງ. ລັດຖະບານຊຸດໃໝ່ຂອງມຽນມາຍິນດີຈະເພີ່ມທະວີການແລກປ່ຽນລະຫວ່າງການນຳຂັ້ນສູງມຽນມາ-ຈີນ, ຊຸກຍູ້ການສ້າງແລວເສດຖະກິດລະຫວ່າງມຽນມາ-ຈີນແລະຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນດຳເນີນທຸລະກິດຢູ່ມຽນມາຫຼາຍກວ່າເກົ່າ.