
ວັນທີ 28 ພຶດສະພານີ້, ພິທີລົງນາມສັນຍາວ່າດ້ວຍການຮ່ວມມືກ່ຽວກັບໂຄງການກອງທຶນພິເສດພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເນປີດໍຂອງມຽນມາ. ທ່ານມາເຈຍ ເອກອັກຄະລັດຖະທູດຈີນປະຈຳມຽນມາແລະທ່ານໂກ ໂກ ທະເວ ຮອງລັດຖະມົນຕີກະຊວງການຕ່າງປະເທດມຽນມາເປັນຜູ້ລົງນາມໃນສັນຍາດັ່ງກ່າວ.
ທ່ານມາເຈ່ຍກ່າວວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບການພັດທະນາຢ່າງຈະເລີນຮຸ່ງເຮືອງຕະຫຼອດໄລຍະທົດສະວັດຜ່ານມາ, ເຊິ່ງໄດ້ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວາເກົ່າຢ່າງແທ້ຈິງ. ຈີນຈະຮ່ວມມືກັບມຽນມາຊຸກຍູ້ໃຫ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ນັບມື້ກ້າວສູ່ລວງເລິກແລະລົງສູ່ຕົວຈິງ, ເພື່ອປະກອບສ່ວນເຂົ້າໃນການສ້າງບ້ານເມືອງໃນລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີສັນຕິພາບ, ຄວາມສະຫງົບສຸກ, ຈະເລີນຮຸ່ງເຮືອງ, ສວຍງາມແລະມີໄມຕີຈິດມິດຕະພາບ.
ທ່ານຕິນ ມ່ອງ ສະເວ ລັດຖະມົນຕີກະຊວງການຕ່າງປະເທດມຽນມາໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງຈີນ, ໂດຍກ່າວວ່າ: ໂຄງການກອງທຶນພິເສດພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາຂອງເສດຖະກິດສັງຄົມຂອງພາກພື້ນ. ມຽນມາຈະປະຕິບັດໂຄງການປະຈຳປີໃໝ່ຢ່າງມີປະສິດທິພາບເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນໃຫ້ດີກວ່າເກົ່າ.