ວັນທີ 27 ພຶດສະພານີ້, ໂຮງງານຢາງພາລາ ຂອງກຸ່ມບໍລິສັດກິມສ ຣັບເບີ ປະຈຳກຳປູເຈຍທີ່ວິສາຫະກິດຈີນລົງທຶນສ້າງຂຶ້ນຢູ່ແຂວງຂະມຸນຂອງກຳປູເຈຍໄດ້ເລີ່ມຜະລິດຢ່າງເປັນທາງການ. ໂຮງງານດັ່ງກ່າວລົງທຶນປະມານ 30 ລ້ານໂດລາ, ກວມເນື້ອທີ່ປະມານ 15 ເຮັກຕາ, ສາມາດປຸງແຕ່ງຢາງພາລາໄດ້ 1 ແສນໂຕນຕໍ່ປີ. ຫຼັງຈາກເລີ່ມຜະລິດແລ້ວ, ໂຮງງານດັ່ງກ່າວສາມາດສ້າງວຽກເຮັດງານທຳໂດຍກົງໄດ້ 300 ຕຳແໜ່ງ, ແລະ ສະໜັບສະໜູນການຈ້າງງານທາງອ່ອມຫຼາຍກວ່າ 5 ໝື່ນຄົນ.
ອີງຕາມສະຖິຕິຢ່າງເປັນທາງການ, ປີ 2025 ເນື້ອທີ່ປູກຢາງພາລາໃນທົ່ວປະເທດກຳປູເຈຍມີເຖິງ 448.000 ເຮັກຕາ, ໃນນີ້ມີເນື້ອທີ່ທີ່ສາມາດເກັບກ່ຽວຫຼາຍກວ່າ 346.000 ເຮັກຕາ. ບົດລາຍງານຂອງອົງການພາສີກຳປູເຈຍສະແດງໃຫ້ເຫັນວ່າ, ໃນໄຕມາດທີ 1 ປີນີ້, ຍອດມູນຄ່າການສົ່ງອອກຢາງພາລາ ແລະ ຜະລິດຕະພັນຢາງພາລາຂອງກຳປູເຈຍບັນລຸເຖິງ 650 ລ້ານໂດລາ, ເພີ່ມຂຶ້ນ 42,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.