ເສັ້ນທາງຂົນສົ່ງສິນຄ້າຂ້າມແດນລະຫວ່າງຈີນ-ຫວຽດນາມເພີ່ມອີກສາຍໜຶ່ງ

CRI,    May 30, 2026
Size:

ວັນທີ 23 ພຶດສະພານີ້,   ຂະບວນລົດໄຟບັນຈຸກຕູ້ບັນຈຸ ແຄວຊຽມໄຮດຣອກໄຊດ໌ (Calcium Hydroxide) ນ້ຳໜັກ 170 ໂຕນ ໄດ້ອອກຈາກສະຖານີກຸ້ຍກາງໄປຕໍ່ຢູ່ສະຖານີລົດໄຟສາກົນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ແລ້ວຂົນສົ່ງໄປສູ່ສະຖານີ ອຽນວຽນ  ປະເທດຫວຽດນາມ.

ນີ້ແມ່ນເສັ້ນທາງຂົນສົ່ງສິນຄ້າຂ້າມຊາຍແດນໃໝ່ລະຫວ່າງຈີນ-ຫວຽດນາມ ພາຍຫຼັງເປີດຊ່ອງທາງຈໍລະຈອນສິນຄ້າຂ້າມຊາຍແດນຜ່ານທາງລົດໄຟ “ຫຼິວໂຈ່ວ-ໜານໜິງ-ຫວຽດນາມ” ຢ່າງເປັນທາງການ, ເສັ້ນທາງສາຍໃໝ່ດັ່ງກ່າວໄດ້ເສີມຂະຫຍາຍໃຫ້ໂຄງສ້າງແຫຼ່ງສິນຄ້າຂອງຂະບວນລົດໄຟຈີນ-ຫວຽດນາມອຸດົມສົມບູນຂຶ້ນຢ່າງມີປະສິດທິພາບ, ເຮັດໃຫ້ຊ່ອງທາງການສົ່ງອອກສິນຄ້າກວາງຊີຈີນມີຄວາມໂລ່ງລ່ຽນຂຶ້ນຕື່ມ, ເປັນການເພີ່ມຊ່ອງທາງຈໍລະຈອນສິນຄ້າຂ້າມຊາຍແດນໃໝ່ທີ່ໝັ້ນທ່ຽງແລະມີປະສິດພາບສູງສຳລັບການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງກວາງຊີຈີນກັບຫວຽດນາມ.

ແຫຼ່ງຂ່າວຈາກ: CGTN