
ສື່ມວນຊົນໄທລາຍງານໃນວັນທີ 19 ພຶດສະພານີ້ວ່າ: ມື້ດຽວກັນ, ຄະນະລັດຖະບານໄທໄດ້ອະນຸມັດການຍົກເລີກນະໂຍບາຍຍົກເວັ້ນວີຊາເຂົ້າເມືອງ 60 ວັນສຳລັບພົນລະເມືອງ 90 ກວ່າປະເທດ ແລະ ກັບໄປຟື້ນຟູມາດຕະຖານການເຂົ້າເມືອງໃນເມື່ອກ່ອນ ເຊິ່ງປົກກະຕິແລ້ວໄດ້ອະນຸຍາດໃຫ້ເຂົ້າເມືອງໂດຍຍົກເວັ້ນວີຊາ 30 ວັນ.
ທ່ານສຸຣະສັກ ພັນຈະເລີນວໍຣະກຸນ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາໄທກ່າວໃນວັນທີ 19 ພຶດສະພານີ້ວ່າ: ຄະນະກຳມະການນະໂຍບາຍວີຊາຈະດຳເນີນການກວດກາສະເພາະຕໍ່ບຸກຄົນແຕ່ລະປະເທດ ແລະ ຈະພິຈາລະນາປັດໄຈດ້ານຄວາມປອດໄພ ແລະ ເສດຖະກິດສຳລັບການວາງນະໂຍບາຍຍົກເວັ້ນວີຊາໃໝ່ໃນຕໍ່ໜ້າ.