
ເນື່ອງຈາກອຸນຫະພູມສູງຫຼາຍ, ປະລິມານການໃຊ້ໄຟຟ້າຂອງຫວຽດນາມໃນຊຸມມື້ມໍ່ໆມານີ້ໄດ້ເພີ່ມຫຼາຍຂຶ້ນຢ່າງວ່ອງໄວ ເຊິ່ງໄດ້ສ້າງສະຖິຕິໃໝ່ຂອງປີນີ້. ລັດຖະບານຫວຽດນາມແຈ້ງເຕືອນວ່າ: ຄາດວ່າຫວຽດນາມຈະມີອຸນຫະພູມສູງອີກຮອບໜຶ່ງໃນອາທິດສຸດທ້າຍຂອງເດືອນນີ້, ເຊິ່ງຈະເຮັດໃຫ້ຕາຂ່າຍໄຟຟ້າພົບຄວາມກົດດັນຫຼາຍກວ່າເກົ່າ.
ສື່ມວນຊົນຫວຽດນາມລາຍງານໃນວັນທີ 15 ພຶດສະພານີ້ວ່າ: ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມໄດ້ເປີດເຜີຍແຜນດຳເນີນງານສະບັບໜຶ່ງ ໂດຍໄດ້ຮຽກຮ້ອງໃຫ້ວິສາຫະກິດ ແລະຄົວເຮືອນປະຢັດໄຟຟ້າ, ຕັ້ງເປົ້າໝາຍໄວ້ຄື: ຍອດປະລິມານການໃຊ້ໄຟຟ້າໃນໝົດປີ 2026 ນີ້ຫຼຸດໜ້ອຍລົງຢ່າງໜ້ອຍ 3%, ໃນນັ້ນ, ລະຫວ່າງເດືອນເມສາຫາເດືອນກໍລະກົດທີ່ເປັນໄລຍະທີ່ອາກາດຮ້ອນທີ່ສຸດນັ້ນ, ປະລິມານການໃຊ້ໄຟຟ້າຫຼຸດໜ້ອຍລົງຢ່າງໜ້ອຍ 10%.
ສື່ມວນຊົນຝ່າຍທາງການຂອງຫວຽດນາມລາຍງານຕື່ມວ່າ: ກຸ່ມບໍລິສັດພະລັງງານໄຟຟ້າຫວຽດນາມພວມຮ້ອງຂໍໃຫ້ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ອະນຸມັດໃຫ້ບໍລິສັດຕົນປັບຂຶ້ນລາຄາໄຟຟ້າທີ່ຂາຍຍ່ອຍ ເພື່ອຊົດເຊີຍການຂາດທຶນ. ນັບມາຮອດທ້າຍປີ 2025, ກຸ່ມບໍລິສັດດັ່ງກ່າວໄດ້ຂາດທຶນທັງໝົດ 5.600 ຕື້ດົງຫວຽດນາມ.