ຄະນະລັດຖະບານໄທອະນຸມັດເງິນກູ້ຢືມ 10 ຕື້ກວ່າໂດລາເພື່ອຮັບມືກັບວິກິດພະລັງງານ

CRI,    May 12, 2026
Size:

ວັນທີ 5 ພຶດສະພານີ້, ທ່ານອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີໄທໄດ້ກ່າວວ່າ: ຄະນະລັດຖະບານໄທໄດ້ອະນຸມັດດຳລັດສຸກເສີນກ່ຽວກັບການມອບສິດໃຫ້ກະຊວງການເງິນສະເໜີຂໍກູ້ຢືມເງິນບໍ່ເກີນ 400 ຕື້ບາດຫຼືປະມານ 12 ຕື້ 2 ຮ້ອຍລ້ານໂດລາ, ເພື່ອຮັບມືກັບວິກິດພະລັງງານທີ່ເກີດຈາກການປະທະກັນຢູ່ຕາເວັນອອກກາງແລະເພື່ອຊຸກຍູ້ການຫັນປ່ຽນດ້ານພະລັງງານຂອງປະເທດ.

ທ່ານອະນຸທິນ ຊານວີຣະກຸນໄດ້ກ່າວຕໍ່ສື່ມວນຊົນພາຍຫຼັງກອງປະຊຸມຄະນະລັດຖະບານວ່າ: ການປະທະກັນຢູ່ພາກພື້ນຕາເວັນອອກກາງສົ່ງຜົນກະທົບຢ່າງໜັກໜ່ວງຮຸນແຮງຕໍ່ລາຄາພະລັັງງານແລະການເຄື່ອນໄຫວທາງເສດຖະກິດຂອງໂລກ. ວິກິດຄັ້ງນີ້ເລີ່ມຕົ້ນຈາກລາຄາພະລັງງານ, ແຜ່ຂະຫຍາຍໄປເຖິງລາຄາອາຫານແລະກຳລັງເຮັດໃຫ້ຄ່າຄອງຊີບຂອງປະຊາຊົນປະເທດໄທສູງຂຶ້ນກວ່າເກົ່າຢ່າງຮອບດ້ານ. ສະນັ້ນ, ລັດຖະບານຈຳເປັນຕ້ອງດຳເນີນການໃນທັນທີດ້ວຍການປະກາດດຳລັດສຸກເສີນເພື່ອຮັບມືກັບສະພາບການທີ່ເກີດຂຶ້ນ.