ຈີນແລະກຳປູເຈຍຈັດກອງປະຊຸມຄັ້ງທຳອິດກົນໄກການສົນທະນາຍຸດທະສາດ“2+2” ລະຫວ່າງລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີປ້ອງກັນປະເທດ

CRI,    April 29, 2026
Size:

ວັນທີ 22 ເມສານີ້, ກອງປະຊຸມຄັ້ງທຳອິດຂອງກົນໄກການສົນທະນາຍຸດທະສາດ“2+2” ລະຫວ່າງລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີປ້ອງກັນປະເທດຂອງຈີນ ແລະ ກຳປູເຈຍໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ ໂດຍມີທ່ານວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານຕົງຈວິ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ແລະ ທ່ານປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ ທ່ານເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍຮ່ວມເປັນປະທານກອງປະຊຸມຄັ້ງນີ້. ສອງຝ່່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການພົວພັນລະຫວ່າງສອງປະເທດ, ການຮ່ວມມືໃນດ້ານຄວາມໝັ້ນຄົງທາງການເມືອງ ແລະຄວາມໝັ້ນຄົງທາງການປ້ອງກັນປະເທດ ລວມເຖິງສະຖານະການສາກົນ ແລະ ໃນພາກພື້ນເປັນຕົ້ນ.

ສອງຝ່າຍເຫັນດີເປັນເອກະພາບກັນວ່າ: ໂດຍຜະເຊີນໜ້າກັບສະຖານະການສາກົນໃນປັດຈຸບັນ,ສອງຝ່າຍຕ້ອງຮັກສາສະຕິທາງຍຸດທະສາດ ແລະ ຄວາມທຸ່ນທ່ຽງຍຸດທະສາດ ປົກປ້ອງຄວາມໝັ້ນຄົງທາງການເມືອງ ແລະ ຄວາມໝັ້ນຄົງດ້ານອຳນາດການປົກຄອງ, ສະໜັບສະໜູນຜົນປະໂຫຍດທີ່ເປັນແກນກາງຂອງກັນແລະກັນ, ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆຢ່າງໜັກແໜ້ນ, ເພີ່ມຄວາມໝາຍໃໝ່ຕໍ່ຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍ. ສະໜັບສະໜູນການແກ້ໄຂຂໍ້ຂັດແຍ້ງໃນພາກພື້ນໂດຍຜ່ານການສົນທະນາເຈລະຈາກັນ, ພ້ອມກັນຄັດຄ້ານການຂົ່ມເຫັງແຕ່ຝ່າຍດຽວ ແລະ ການເມືອງມະຫາອຳນາດ, ປົກປັກຮັກສາການຄ້າແບບເສລີທົ່ວໂລກ ແລະ ຄວາມຍຸດຕິທຳ ຄວາມເປັນທຳສາກົນ.