
ບົດລາຍງານສະບັບຫຼ້າສຸດຂອງສະພາການພັດທະນາກຳປູເຈຍ ໃຫ້ຮູ້ວ່າ: ໃນໄຕມາດທີໜຶ່ງປີ 2026, ສະພາການພັດທະນາກຳປູເຈຍ ໄດ້ອະນຸມັດໂຄງການລົງທຶນທັງໝົດ 146 ໂຄງການ, ຍອດມູນຄ່າການລົງທຶນຕາມສັນຍາ ມີເຖິງ 2 ຕື້ 500 ລ້ານໂດລາ ເຊິ່ງຈະສາມາດສ້າງວຽກເຮັກງານທໍາໄດ້ 82.000 ຕຳແໜ່ງ.
ເບິ່ງຈາກແຫຼ່ງທຶນການລົງທຶນ, ຈີນສືບຕໍ່ຄອງອັນດັບໜຶ່ງຂອງປະເທດແຫຼ່ງທຶນຕ່າງປະເທດໃຫຍ່ທີ່ສຸດຂອງກຳປູເຈຍ ໂດຍກວມເອົາ 46,77%; ວິສາຫະກິດກຳປູເຈຍ ເປັນອັນດັບທີສອງ, ກວມເອົາ 38,06%; ສ່ວນມາເລຍເຊຍ ເປັນອັນດັບທີສາມ ດ້ວຍອັດຕາສ່ວນ 8,14%.