ໄທຈັດກິດຈະກຳສະເຫຼີມສະຫຼອງບຸນສົງການ

CRI,    April 21, 2026
Size:

ລະຫວ່າງວັນທີ 13-15 ເມສານີ້ແມ່ນບຸນສົງການຂອງໄທ, ບຸນດັ່ງກ່າວໄດ້ຖືກຮັບຮອງເປັນມໍລະດົກວັດທະນະທຳນາມມະທຳຂອງອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດຫຼື UNESCO ໃນປີ 2023.

ເພື່ອດຶງດູດນັກທ່ອງທ່ຽວທົ່ວໂລກ, ຫຼາຍພາກສ່ວນຂອງໄທໄດ້ຮ່ວມກັນຈັດກິດຈະກຳ “ບຸນສົງການໄທປີ 2026·ບຸນຫົດນ້ຳໂລກ” ເຊິ່ງໄດ້ສະແດງໃຫ້ເຫັນເຖິງມໍລະດົກວັດທະນະທຳ ແລະພະລັງຊີວິດທີ່ມີຫົວຄິດປະດິດສ້າງ.