ທູດພິເສດຂອງທ່ານປະທານສີຈິ້ນຜິງເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງປະທານາທິບໍດີມຽນມາຂອງທ່ານມິນອອງລາຍ

CRI,    April 17, 2026
Size:

ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານສະຫະພາບມຽນມາ, ທ່ານຈ່ຽງຊິ້ນຈື້ ຮອງປະທານສະພາປຶກສາການເມືອງແຫ່ງຊາດຈີນ ໄດ້ເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງຂອງທ່ານມິນອອງລາຍ ປະທານາທິບໍດີມຽນມາ ຢູ່ນະຄອນຫຼວງເນປີດໍຂອງມຽນມາ ໃນຖານະເປັນທູດພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ. ມື້ດຽວກັນ, ທ່ານມິນອອງລາຍ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຈ່ຽງຊິ້ນຈື້ຢູ່ນະຄອນຫຼວງເນປີດໍ.

ທ່ານມິນອອງລາຍໄດ້ຝາກຄວາມຢື້ຢາມຖາມຂ່າວອັນຈິງໃຈ ແລະ ພອນໄຊອັນປະເສີດຜ່ານທ່ານຈ່ຽງຊິ້ນຈື້ໄປຍັງທ່ານປະທານສີຈິ້ນຜິງ ທັງກ່າວວ່າ: ມຽນມາຂໍສະແດງຄວາມຂອບອົກຂອບໃຈຕໍ່ຈີນທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ການພັດທະນາເສດຖະກິດ-ສັງຄົມຂອງມຽນມາທີ່ມີມາເປັນໄລຍະຍາວນານ. ມຽນມາປະຕິບັດຕາມຫຼັກການປະເທດຈີນດຽວຢ່າງເດັດດ່ຽວ, ສະໜັບສະໜູນ 4 ຂໍ້ລິເລີ່ມທົ່ວໂລກທີ່ສະເໜີໂດຍຈີນ, ຈະຮັບປະກັນຜົນປະໂຫຍດຂອງຈີນຢູ່ມຽນມາຈົນສຸດຄວາມສາມາດ, ຍິນດີລົງເລິກການຮ່ວມມືກັບຈີນທີ່ຕິດແທດກັບຕົວຈິງໃນຂົງເຂດຕ່າງໆ ແລະ ຮັດແໜ້ນຄູ່ຮ່ວມຊາຕາກຳມຽນມາ-ຈີນທີ່ຮ່ວມທຸກຮ່ວມສຸກດ້ວຍກັນ.