ວັນທີ 10 ເມສານີ້, ໂຄງການຜະລິດໄຟຟ້າແບບປ້ຳນ້ຳໃຊ້ໝູນວຽນອັບເປີຕາເຕກຳປູເຈຍທີ່ລົງທຶນພັດທະນາໂດຍວິສາຫະກິດຈີນ ໄດ້ຈັດພິທີເປີດການກໍ່ສ້າງຢູ່ແຂວງກາວກອງຂອງກຳປູເຈຍ.
ຜູ້ຕາງໜ້າຝ່າຍລົງທຶນໂຄງການດັ່ງກ່າວກ່າວວ່າ: ໂຄງການນີ້ເປັນໂຄງການຮ່ວມມືສຳຄັນດ້ານກຳລັງການຜະລິດລະຫວ່າງຈີນ-ກຳປູເຈຍ, ທັງເປັນໂຄງການຜະລິດໄຟຟ້າແບບປ້ຳນ້ຳໃຊ້ໝູນວຽນແຫ່ງທຳອິດຂອງກຳປູເຈຍ. ພາຍຫຼັງໂຄງການດັ່ງກ່າວສ້າງສຳເລັດແລ້ວ ຈະຍົກສູງຄວາມສາມາດໃນການປັບລະດັບການນຳໃຊ້ໄຟຟ້າ ແລະ ລະດັບການຮອງຮັບພະລັງງານໃໝ່ຂອງຕາຂ່າຍໄຟຟ້າກຳປູເຈຍ, ຊ່ວຍກຳປູເຈຍບັນລຸເປົ້າໝາຍການພັດທະນາພະລັງງານໝູນວຽນເມື່ອຮອດປີ 2030.