ວັນທີ 8 ເມສານີ້, ສູນຄົ້ນຄວ້າກະສິກອນໄທ ເຜີຍແຜ່ບົດລາຍງານໂດຍລະບຸວ່າ: ເນື່ອງຈາກໄດ້ຮັບການຊຸກຍູ້ຈາກການລົງທຶນໃນດ້ານປັນຍາປະດິດແລະສູນຂໍ້ມູນທົ່ວໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຄາດວ່າ ປີ2026, ມູນຄ່າການສົ່ງອອກແຜ່ນຊິບວົງຈອນໄຟຟ້າລວມຂອງໄທຈະເພີ່ມຂຶ້ນ22%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2025, ເປັນການສືບຕໍ່ທ່າອ່ຽງຂອງການເຕີບໂຕໃນຊຸມປີມໍ່ໆມານີ້, ແຕ່ວ່າ ໂດຍລວມຈັງຫວະການເຕີບໂຕຈະຊ້າລົງ.
ບົດລາຍງານດັ່ງກ່າວສະແດງໃຫ້ເຫັນວ່າ: ມາດຕະການຈຳກັດການຄ້າຂອງອາເມຣິກາທີ່ແນໃສ່ວັດສະດຸເຄິ່ງຕົວນຳແລະຜະລິດຕະພັນທີ່ກ່ຽວຂ້ອງນັ້ນແມ່ນສົ່ງຜົນກະທົບບໍ່ຫຼາຍຕໍ່ການສົ່ງອອກແຜ່ນຊິບຂອງໄທ,. ເບິ່ງໃນດ້ານລວມແລ້ວ, ພາຍໃຕ້ສະພາບການທີ່ພື້ນຖານການຟື້ນຟູເສດຖະກິດໂລກຍັງບໍ່ໝັ້ນຄົງ, ການສົ່ງອອກແຜ່ນຊິບຄາດວ່າຈະຍັງສືບຕໍ່ເປັນແຮງຂັບເຄື່ອນອັນສຳຄັນໃນການຄ້ຳຊູການຄ້າຕໍ່ຕ່າງປະເທດແລະການເຕີບໂຕທາງດ້ານເສດຖະກິດຂອງໄທຕໍ່ໄປ.
ແຫຼ່ງຂ່າວຈາກ: CGTN