ກຳ​ປູ​ເຈຍປະ​ກາດ​ໃຊ້​ກົດ​ໝາຍ​ເພື່ອ​ປາບ​ປາມການຫຼອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ອິນ​ເຕີ​ເນັດ

CRI,    April 09, 2026
Size:

ວັນທີ 6 ເມສານີ້, ທ່ານ ຮຸນເຊນ ຮັກສາການແທນພະມະຫາກະສັດແຫ່ງຣາຊະອານາຈັກກຳປູເຈຍໄດ້ລົງນາມໃນລັດຖະດຳລັດ ເພື່ອປະກາດໃຊ້ກົດໝາຍວ່າດ້ວຍການຕ້ານການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ ເຊິ່ງມີຜົນບັງຄັບໃຊ້ໃນທັນທີ. 

ວັນທີ 3 ເມສານີ້, ກົດໝາຍສະບັບດັ່ງກ່າວໄດ້ຮັບການອະນຸມັດຂັ້ນສຸດທ້າຍຈາກສະພາສູງຂອງກຳປູເຈຍ, ເນື້ອໃນລວມມີ 5 ຂໍ້ຫາຫຼັກ ເຊັ່ນ: ການຈັດຕັ້ງ ຫຼື ນຳພາກຸ່ມຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ, ການປະກາດຮັບສະໝັກ ຫຼື ອົບຮົມຄົນອື່ນດຳເນີນການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ ແລະອື່ນໆ. ອີງຕາມກົດໝາຍສະບັບນີ້, ຜູ້ມີສ່ວນຮ່ວມໃນການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດຈະຖືກຕັດອິດສະຫຼະພາບ 2-5 ປີ ແລະ ຖືກປັບໃໝ. ຖ້າຫາກການຫຼອກລວງກ່ຽວຂ້ອງກັບຄວາມຮຸນແຮງ, ການກັກຂັງທີ່ຜິດກົດໝາຍ, ການຄ້າມະນຸດຈົນເຖິງຂັ້ນເຮັດໃຫ້ມີຄົນເສຍຊີວິດ, ຫົວໂປ່ກຸ່ມຫຼອກລວງສູງສຸດຈະຖືກຕັດສິນຕັດອິດສະຫຼະພາບຕະຫຼອດຊີວິດ.