ຈີນຊົມເຊີຍທ່ານມິນອອງລາຍໄດ້ຮັບເລືອກຕັ້ງເປັນປະທານາທິບໍດີມຽນມາ

CRI,    April 08, 2026
Size:

ວັນທີ 3 ເມສານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ສະພາສະຫະພາບມຽນມາໄດ້ເລືອກຕັ້ງທ່ານມິນອອງລາຍເປັນປະທານາທິບໍດີມຽນມາຊຸດໃໝ່ໃນວັນທີ 3 ເມສານີ້. ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?

    ທ່ານເມົານີງກ່າວວ່າ, ຈີນຊົມເຊີຍທ່ານມິນອອງລາຍໄດ້ຮັບເລືອກຕັ້ງເປັນປະທານາທິບໍດີມຽນມາ.

    ຈີນ ກັບ ມຽນມາເປັນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດມິດຕະພາບອັນເປັນມູນເຊື້ອ ແລະຄູ່ຮ່ວມຊາຕາກຳ, ນະໂຍບາຍໄມຕີຈິດຕໍ່ນຽມມາຂອງຈີນມຸ່ງໜ້າສູ່ປະຊາຊົນມຽນມາທັງຫຼາຍ, ຈີນສະໜັບສະໜູນລັດຖະບານຊຸດໃໝ່ຂອງມຽນມາຮັກສາສັນຕິພາບ ແລະ ສະຖຽນລະພາບຂອງປະເທດຕົນ ເພື່ອພັດທະນາ ແລະ ຈະເລີນຮຸ່ງເຮືອງ, ຍິນດີທຳຄວາມພະຍາຍາມຮ່ວມກັບມຽນມາ, ຈັດຕັ້ງປະຕິບັດຂໍ້ລິເລີ່ມທົ່ວໂລກ 4 ຂໍ້, ຕັ້ງໜ້າຊຸກຍູ້ການຮ່ວມມືສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ມຽນມາໃຫ້ໄດ້ຮັບຜົນງານແທ້ຈິງຫຼາຍກວ່າເກົ່າ ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດໃຫ້ດີກວ່າເກົ່າ.