ເຈົ້າຊີວິດໄທອະນຸມັດລາຍຊື່ຄະນະລັດຖະບານຊຸດໃໝ່

CRI,    April 02, 2026
Size:

ວັນທີ 31 ມີນາຜ່ານມາ, ໄທໄດ້ປະກາດຄຳສັ່ງຂອງເຈົ້າຊີວິດວ່າ: ສົມເດັດ ມະຫາ ວະຊິຣາລົງກອນໄດ້ອະນຸມັດລາຍຊື່ຄະນະລັດຖະບານຊຸດໃໝ່ທີ່ຍື່ນໂດຍທ່ານອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ.

ອີງຕາມຄຳສັ່ງຂອງເຈົ້າຊີວິດລະບຸວ່າ: ຄະນະລັດຖະບານໄທຊຸດໃໝ່ມີສະມາຊິກ 35 ທ່ານ. ທ່ານອະນຸທິນ ຊານວີຣະກູນ ເປັນນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງວຽກງານພາຍໃນ, ມີຮອງນາຍົກລັດຖະມົນຕີ 7 ທ່ານ, ຕຳແໜ່ງທີ່ສຳຄັນສ່ວນໃຫຍ່ແມ່ນຍັງສືບຕໍ່ນຳໃຊ້ເຈົ້າໜ້າທີ່ຂອງຄະນະລັດຖະບານຊຸດກ່ອນ.

ທ່ານອະນຸທິນ ຊານວີຣະກູນ ກ່າວໃນກ່ອນໜ້ານີ້ວ່າ: ຕ້ອງສ້າງຕັ້ງຄະນະລັດຖະບານໂດຍໄວ ເພື່ອສ້າງຕັ້ງລັດຖະບານ ແລະ ລົງມືແກ້ໄຂວິກິດຂາດເຂີນພະລັງງານ ແລະ ວິກິດອື່ນໆທີ່ໄທກຳລັງຜະເຊີນ.

ອີງຕາມຂໍ້ກຳນົດຂອງລັດຖະທຳມະນູນໄທ, ຫຼັງຈາກເຈົ້າຊີວິດໄທອະນຸມັດລາຍຊື່ຄະນະລັດຖະບານແລ້ວ, ທ່ານອະນຸທິນ ຊານວີຣະກູນ ຈະນຳພາສະມາຊິກຄະນະລັດຖະບານທ່ານອື່ນໆສາບານຕົວຕໍ່ເຈົ້າຊີວິດໄທເພື່ອຂຶ້ນຮັບຕຳແໜ່ງ, ພ້ອມທັງປະກາດທິດທາງປະຕິບັດນະໂຍບາຍຕໍ່ລັດຖະສະພາພາຍໃນ 15 ວັນຫຼັງຈາກຂຶ້ນຮັບຕຳແໜ່ງ.