ສະພາແຫ່ງຊາດກຳປູເຈຍຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຕ້ານການຫຼອກລວງທາງໂທລະຄົມ

CRI,    March 31, 2026
Size:

ຕອນເຊົ້າວັນທີ 30 ມີນານີ້, ສະພາແຫ່ງຊາດກຳປູເຈຍໄດ້ຈັດກອງປະຊຸມຄົບຄະນະ ໂດຍໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຕ້ານການຫຼອກລວງທາງໂທລະຄົມ ໂດຍມີສະມາຊິກສະພາລວມທັງໝົດ 112 ທ່ານເຂົ້າຮ່ວມ, ຮ່າງກົດໝາຍສະບັບດັ່ງກ່າວໄດ້ຮັບການເຫັນດີໝົດໃນການລົງຄະແນນສຽງ. 

ກ່ອນໜ້ານີ້ບໍ່ດົນ, ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ: ລັດຖະບານກຳປູເຈຍຈະໃຊ້ມາດຕະການທີ່ເຂັ້ມງວດທີ່ສຸດເພື່ອປາບປາມອາຊະຍາກຳການຫຼອກລວງທາງໂທລະຄົມ, ຕັດຂາດກັບການເຄື່ອນໄຫວຫຼອກລວງທາງໂທລະຄົມຢ່າງເຖິງຖອງ.

ທ່ານຮຸນມາເນັດກ່າວຕື່ມວ່າ: ຜູ້ໃດກໍຕາມທີ່ເອົຳຊັບສິນຂອງຕົນໃຫ້ແກ່ກຸ່ມຜິດກົດໝາຍເຊົ່າເພື່ອດຳເນີນການເຄື່ອນໄຫວຫຼອກລວງທາງໂທລະຄົມ, ການຮັບສະໝັກຄົນເຂົ້າຮ່ວມດຳເນີນການເຄື່ອນໄຫວຫຼອກລວງທາງໂທລະຄົມ ຫຼື ບຸກຄົນທີ່ເຮັດວຽກທີ່ກ່ຽວຂ້ອງຢູ່ໃນກຸ່ມຫຼອກລວງທາງໂທລະຄົມ, ຕ່າງຕ້ອງໄດ້ຮັບຜິດຊອບຕາມກົດໝາຍ.