ທ່ານ ສອນໄຊ ສີພັນດອນ ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງສປປ ລາວ

CRI,    March 26, 2026
Size:

ໃນຕອນເຊົ້າວັນທີ 23 ມີນານີ້, ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ນະຄອນຫຼວງວຽງຈັນ ສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງເຫັນດີເລືອກຕັ້ງທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ອີກວາລະໜຶ່ງ, ລົງຄະແນນສຽງທັງໝົດ 173 ທ່ານ, ເຫັນດີ 170 ທ່ານ ເທົ່າກັບ 98.83%. ບໍ່ເຫັນດີ 2 ທ່ານ, ເທົ່າກັບ 1.16% ລວມຄະແນນສຽງ 172 ທ່ານ.