
ວັນທີ 16 ມີນານີ້, ຢູ່ນະຄອນຫຼວງຮາໂນ້ຍຂອງຫວຽດນາມ, ທ່ານ ຟາມມິງຈິງ ນາຍົກລັດຖະມົນຕີຫວຽດນາມໄດ້ຕ້ອນຮັບການຢ້ຽມຢາມແລະພົບປະກັບ ທ່ານ ຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ຫວາງສຽວຫຸງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ, ທ່ານ ຕົງຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນທີ່ໄປເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຄັ້ງທຳອິດຂອງກົນໄກສົນທະນາຍຸດທະສາດ “3+3” ລະຫວ່າງຈີນ-ຫວຽດນາມໃນດ້ານການຕ່າງປະເທດ,ການປ້ອງກັນປະເທດແລະການປ້ອງກັນຄວາມສະຫງົບ.

ທ່ານ ຟາມມິງຈິງ ກ່າວວ່າ: ກອງປະຊຸມລະດັບລັດຖະມົນຕີຄັ້ງທຳອິດຂອງກົນໄກ 3+3 ຈັດຂຶ້ນຢ່າງສຳເລັດຜົນໄດ້ສະແດງໃຫ້ເຫັນເຖິງລະດັບສູງຂອງການພົວພັນລະຫວ່າງສອງປະເທດຢ່າງເຕັມທີ່. ຫວຽດນາມຍິນດີຮ່ວມກັບຈີນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສູງສຸດຂອງສອງພັກໃຫ້ດີ,ກຽມພ້ອມສຳລັບການແລກປ່ຽນລະຫວ່າງການນຳຂັ້ນສູງໃນໄລຍະຕໍ່ໜ້າໃຫ້ດີ,ຮ່ວມກັນບົ່ມເພາະສ້າງຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ,ຊຸກຍູ້ການຮ່ວມມືທີ່ແທ້ຈິງ,ແກ້ໄຂຄວາມຂັດແຍ້ງກັນຢ່າງເໝາະສົມ,ລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ຈີນຢ່າງບໍ່ຢຸດຢັ້ງແລະສ້າງຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍທາງດ້ານຍຸດທະສາດ.

ທ່ານ ຫວາງຢີ້ ກ່າວວ່າ: ຈີນຍິນດີຮ່ວມກັບຫວຽດນາມຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສູງສຸດຂອງສອງພັກສອງລັດຈີນ-ຫວຽດນາມໃຫ້ດີ,ລົງເລິກການເຊື່ອມຕໍ່ຍຸດທະສາດດ້ານການພັດທະນາຢ່າງຮອບດ້ານ,ເພີ່ມທະວີການຮ່ວມມືໃນຂົງເຂດການເຊື່ອມໂຍງເຊື່ອມຈອດກັນ,ການລົງທຶນ,ເສດຖະກິດການຄ້າແລະຂົງເຂດອື່ນໆ,ປະຕິບັດໂຄງການທີ່ເປັນປະໂຫຍດຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼາຍກວ່າເກົ່າ,ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດໃຫ້ຫຼາຍກວ່າເກົ່າ.