ທ່ານ ​​ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ​ຕ້ອນຮັບ​ການ​ຢ້ຽມ​ຢາມ​ແລະ​ພົບ​ປະ​ຂອງ ທ່ານ ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ພ້ອມ​ດ້ວຍ​ຄະ​ນະ

CRI,    March 20, 2026
Size:

ວັນທີ 16 ມີນານີ້, ຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມໄດ້ຕ້ອນຮັບການຢ້ຽມຢາມແລະພົບປະຂອງທ່ານ ຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ  ຫວາງສຽວຫຸງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ, ທ່ານ ຕົງຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນທີ່ໄປເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຄັ້ງທຳອິດຂອງກົນໄກສົນທະນາຍຸດທະສາດ “3+3” ລະຫວ່າງຈີນ-ຫວຽດນາມໃນດ້ານການຕ່າງປະເທດ,ການປ້ອງກັນປະເທດແລະການປ້ອງກັນຄວາມສະຫງົບ.

ທ່ານ ໂຕເລິມ ກ່າວວ່າ: ກົນໄກ “3+3” ແມ່ນຂໍ້ລິເລີ່ມຮ່ວມກັນລະຫວ່າງຜູ້ນຳສອງພັກຫວຽດນາມແລະຈີນ,ຈະສາມາດຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຫວຽດນາມ-ຈີນໃຫ້ພັດທະນາເຂົ້າສູ່ລວງເລິກຢ່າງແຂງແຮງ. ຫວຽດນາມໄດ້ຖືເອົາການພົວພັນກັບຈີນເປັນບູລິມະສິດອັນດັບໜຶ່ງແລະທາງເລືອກດ້ານຍຸດທະສາດຢ່າງສະເໝີຕົ້ນສະເໝີປາຍ,ຈະສືບຕໍ່ເດັດດ່ຽວປະຕິບັດນະໂຍບາຍຈີນດຽວ,ສະໜັບສະໜູນ 4 ຂໍ້ລິເລີ່ມທົ່ວໂລກທີ່ສະເໜີໂດຍທ່ານປະທານ ສີຈິ້ນຜິງ ຂອງຈີນ.

ທ່ານ ຫວາງຢີ້ ກ່າວວ່າ: ນີ້ແມ່ນເວທີແລກປ່ຽນດ້ານຍຸດທະສາດທີ່ຈີນແລະຫວຽດນາມສ້າງຂຶ້ນເປັນຄັ້ງທຳອິດ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານຍຸດທະສາດແລະການຮ່ວມມືລະຫວ່າງສອງຝ່າຍໄດ້ກ້າວຂຶ້ນສູ່ລະດັບໃໝ່ແລະການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍທາງດ້ານຍຸດທະສາດໄດ້ຮັບຄວາມຄືບໜ້າໃໝ່.