ວັນທີ 15 ມີນານີ້, ຢູ່ນະຄອນຫຼວງຮາໂນ້ຍຂອງຫວຽດນາມ, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ເລຮວາຍຈູງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.
ທ່ານ ຫວາງຢີ້ ໄດ້ແຈ້ງກ່ຽວກັບຈິດໃຈກອງປະຊຸມສອງສະພາຂອງຈີນໂດຍກ່າວວ່າປີນີ້ແມ່ນປີເລີ່ມຕົ້ນປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ,ທັງແມ່ນປີເລີ່ມຕົ້ນຍຸກໃໝ່ແຫ່ງການພັດທະນາປະເທດຫວຽດນາມ,ພາລະກິດສັງຄົມນິຍົມຂອງສອງປະເທດກຳລັງໄດ້ຮັບໂອກາດດ້ານການພັດທະນາທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ສອງປະເທດຕ້ອງລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ,ເພີ່ມທະວີການປະສານງານດ້ານຍຸດທະສາດ,ເພື່ອເພີ່ມພະລັງແຮງທີ່ຍືນຍົງເຂົ້າໃນການເພີ່ມທະວີຄວາມຜາສຸກຂອງປະຊາຊົນຂອງສອງປະເທດ,ປົກປັກຮັກສາພາລະກິດສັງຄົມນິຍົມແລະສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທ່ານ ເລຮວາຍຈູງ ໄດ້ສະແດງຄວາມຍິນດີກ້າວເດີນໄປຂ້າງໜ້າຮ່ວມກັບຈີນຢ່າງສະເໝີຕົ້ນສະເໝີປາຍ. ຫວຽດນາມເດັດດ່ຽວປະຕິບັດນະໂຍບາຍຈີນດຽວ,ຈະເຮັດຄືແຕ່ເກົ່າເມືອຫຼັງສະໜັບສະໜູນຫຼັກໝັ້ນຂອງຈີນໃນບັນຫາທີ່ກ່ຽວຂ້ອງກັບເຂດຊິ່ນຈ່ຽງ,ເຂດຊີ່ຈ້າງແລະບັນຫາອື່ນໆ.