ກອງ​ປ​ະ​ຊຸມ​​ລະ​ດັບລັດ​ຖະ​ມົນ​ຕີ​ຄັ້ງ​ທຳ​ອິດຂອງການ​ສົນ​ທະ​ນາ​ຍຸດ​ທະ​ສາດ “3+3” ຈີນ​-ຫວຽດ​ນາມ​ ​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້

CRI,    March 16, 2026
Size:

ວັນທີ 13 ມີນານີ້, ທ່ານ ກົ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ກອງປະຊຸມລະດັບລັດຖະມົນຕີຄັ້ງທຳອິດຂອງກົນໄກສົນທະນາຍຸດທະສາດ “3+3” ຈີນ-ຫວຽດນາມທາງດ້ານການຕ່າງປະເທດ, ປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ ຈະຈັດຂຶ້ນໃນໄວໆນີິ້.

ທ່ານກົ່ວເຈ່ຍຄຸນ ກ່າວວ່າ: ຈີນ ແລະ ຫວຽດນາມແມ່ນປະເທດສັງຄົມນິຍົມທີ່ເປັນເພື່ອນບ້ານໃກ້ຄຽງທີ່ດີ ແລະ ເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍສຳຄັນທາງຍຸດທະສາດ. ພາຍໃຕ້ການຊີ້ນໍາ ແລະ ຊຸກຍູ້ສົ່ງເສີມຈາກຜູ້ນຳສູງສຸດຂອງສອງພັກ ແລະ ລັດຖະບານ, ສອງຝ່າຍໄດ້ສ້າງຕັ້ງກົນໄກການສົນທະນາຍຸດທະສາດ “3+3” ຈີນ-ຫວຽດນາມທາງດ້ານການຕ່າງປະເທດ, ປ້ອງກັນປະເທດ ແລະປ້ອງກັນຄວາມສະຫງົບ ໂດຍໄດ້ກໍານົດໄວ້າຢ່າງຈະແຈ້ງວ່າເປັນກົນໄກ ລະດັບລັດຖະມົນຕີ. ນີ້ແມ່ນກົນໄກ “3+3” ທຳອິດທີ່ສອງປະເທດສ້າງຕັ້ງຂຶ້ນໃນໂລກ, ເຊິ່ງສະແດງໃຫ້ເຫັນຢ່າງເຕັມທີ່ເຖິງລັກສະນະຍຸດທະສາດ ແລະ ລະດັບສູງຂອງການພົວພັນລະຫວ່າງສອງປະເທດ.

ຈີນຍິນດີຮ່ວມກັບຫວຽດນາມປະຕິບັດຕາມການຊີ້ນຳທາງຍຸດທະສາດຂອງຜູ້ນຳສູງສຸດ, ປະສານສົມທົບການພັດທະນາທີ່ມີຄຸນນະພາບສູງ ແລະ ຄວາມໝັ້ນຄົງລະດັບສູງ, ຈັດກອງປະຊຸມສອງກົນໄກໃຫ້ດີ, ຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມໃຫ້ຂະຫຍາຍຕົວເຂົ້າສູ່ລວງເລິກທີ່ເປັນຮູບປະທຳຢ່າງຕໍ່ເນື່ອງ, ສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ ແລະ ປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າຕໍ່ສັນຕິພາບ, ສະຖຽນລະພາບ, ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.