ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ: ຈະກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ

CRI,    March 09, 2026
Size:

ວັນທີ 6 ມີນານີ້, ທ່ານ ຮຸນມາເນດ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ: ລັດຖະບານກຳປູເຈຍຈະໃຊ້ມາດຕະການທີ່ເດັດຂາດທີ່ສຸດ ເພື່ອກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ ແລະ ຕັດຂາດຢ່າງສິ້ນເຊີງກັບການຫຼອກລວງທາງໂທລະຄົມ.

ທ່ານ ຮຸນມາເນດ ໃຫ້ຮູ້ວ່າ: ກຳປູເຈຍ ພວມຮ່າງກົດໝາຍສະເພາະ ເພື່ອຕ້ານອາຊະຍາກຳການຫຼອກລວງທາງໂທລະຄົມ ແລະ ຈະກຳນົດມາດຕະການລົງໂທດທີ່ຊັດເຈນ. ຜູ້ທີ່ເຊົ່າເຮືອນໃຫ້ກຸ່ມອາຊະຍາກຳ ເພື່ອດຳເນີນການຫຼອກລວງທາງໂທລະຄົມ, ຜູ້ທີ່ຮັບສະໝັກບຸກຄົນໄປເຮັດການຫຼອກລວງທາງໂທລະຄົມ ຫຼື ເຮັດວຽກຢູ່ໃນສູນຫຼອກລວງທາງໂທລະຄົມ ລ້ວນແຕ່ຈະຕ້ອງຮັບຜິດຊອບທາງກົດໝາຍ.