
ດ່ານເຮີໂຂວເປັນດ່ານທາງບົກໃຫຍ່ທີ່ສຸດຢູ່ຕາມຊາຍແດນຈີນ-ຫວຽດນາມໃນຕອນຢູ່ແຂວງຢຸນນານ. ນັບມາຮອດເວລາ 17 ໂມງຂອງວັນທີ 26 ກຸມພານີ້, ຄົນເຂົ້າ-ອອກເມືອງຜ່ານດ່ານເຮີໂຂວບັນລຸເຖິງ 1.039.000 ເທື່ອຄົນ, ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ກາຍເປັນດ່ານເປີດປະຕູສູ່ພາຍນອກແຫ່ງທຳອິດຂອງແຂວງຢຸນນານທີ່ມີຄົນເຂົ້າ-ອອກເມືອງທະລຸເກີນໜຶ່ງລ້ານເທື່ອຄົນໃນປີນີ້.
ຂໍ້ມູນສະແດງໃຫ້ເຫັນວ່າ, ປີ 2025 ມີຄົນຈາກຫຼາຍກວ່າ 90 ປະເທດ ແລະ ເຂດແຄວ້ນຜ່ານດ່ານເຮີໂຂວ, ໃນນັ້ນຜູ້ໂດຍສານຂອງປະເທດທີ 3 ບັນລຸເຖິງ 16.000 ເທື່ອຄົນ. ນັບແຕ່ຕົ້ນປີນີ້ມາ, ມີຄົນຈາກ 53 ປະເທດ ແລະ ເຂດແຄວ້ນຜ່ານດ່ານເຮີໂຂວ, ເພີ່ມຂຶ້ນ 11,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.